(ພາບ: news.zing.vn)
(vovworld)- ວັນທີ 24/12, ຄະນະປະຕິບັດງານຂອງທະຫານເຮືອເຂດ 4 ໄດ້ເດີນທາງໄປຍັງຕາແສງເກາະຊິງໂຕນ ຊື່ງແມ່ນເກາະແຫ່ງທຳອິດໃນການເຄືອ່ນໄຫວຢ້ຽມຢາມ ແລະ ອວຍພອນປີໃໝ່ທະຫານ ແລະ ປຊຊ ເມືອງເກາະເຈື່ອງຊາ.
ຕາແສງເກາະຊິງໂຕນ ຫ່າງຈາກເຂດດິນຕໍ່ແຜ່ນໄປທາງທິດຕາເວັນອອກ 330 ໄມທະເລ, ດ້ວຍເນື້ອທີ່ປະມານ 42.000 ຕາລາງແມັດ ພ້ອມກັບບັນດາສະບຽງອາຫານຈາກເຂດດິນຕໍ່ແຜ່ນຝາກມາໃຫ້ນັ້ນ, ການນຳ ແລະ ຜູ້ບັນຊາກົມກອງໄດ້ກະກຽມໃຫ້ທະຫານ ແລະ ປຊຊ ໃນເກາະຕ້ອນຮັບບຸນປີໃໝ່ຢ່າງງລອບຄອບຖີ່ຖ້ວນແລ້ວ. ທ່ານຈິ້ງກົງລີ, ປະທານຄະນະກຳມະການ ປຊຊ ຕາແສງເກາະຊິງໂຕນ ໃຫ້ຮູ້ວ່າ:
“ປະຈຸບັນ, ຊີວິດຂອງ ປຊຊ ໃນເກາະນັບມື້ນັບເປັນປົກກະຕິ. ປຊຊ ໃນເກາະສາມາດປູກຜັກຂຽວ ແລະ ລ້ຽງເປັດ, ລ້ຽງໄກ່…ດ້ວຍຕົນເອງໄດ້. ນອກຈາກສະບຽງອາຫານຈາກເຂດດິນຕໍ່ແຜ່ນຝາກມາໃຫ້ ແລະ ຂອງຂວັນປີໃໝ່ຂອງທົ່ວປະເທດມອບໃຫ້ພະນັກງານ, ນັກຮົບ, ປຊຊ ໃນເກາະ, ບຸນປີໃໝ່ປີນີ້, ຍັງມີຊີ້ນໝູໂດຍພວກຂ້າພະເຈົ້າລ້ຽງເອງເພື່ອຕ້ອນຮັບປີໃໝ່ອີກ.“
ໃນຊຸມປີຜ່ານມາ, ທະຫານ, ປຊຊ ແລະ ບັນດາກຳລັງໃນເກາະຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກເຂດດິນຕໍ່ແຜ່ນທັງດ້ານວັດຖຸ ແລະ ຈິດໃຈ. ອ້າຍຫງວຽນວັນແຮ້ງ, ຊາວຕາແສງເກາະຊິງໂຕນ ແບ່ງປັນວ່າ:
“ຄອບຄົວຂ້າພະເຈົ້າຫາກໍ່ໄດ້ຮັບຂອງຂວັນປີໃໝ່ໂດຍຍາດຕິພີ່ນ້ອງຝາກມາຈາກເຂດດິນຕໍ່ແຜ່ນ…ຄອບຄົວຂ້າພະເຈົ້າກໍ່ລ້ຽງໄກ່ 3 ໂຕອີກ. ໃນມື້ທຳອິດຂອງປີໃໝ່, ຄອບຄົວຂ້າພະເຈົ້າຈະເຂົ້າຮ່ວມພິທີເຄົາລົບທຸງຊາດຢູ່ຄະນະກຳມະການ ປຊຊ ຕາແສງ, ຫຼັງຈາກນັ້ນຈະໄປຈູດທູບບູຊາຢູ່ວັດ ແລະ ໄປອວຍພອນປີໃໝ່ບັນດາຄອບຄົວ ປຊຊ ແລະ ກຳລັງຕ່າງໆໃນເກາະ“./.