ບັນຫາທະຫານຜ່ານເສິກຖືກຕິດທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມສືບຕໍ່ໄດ້ຍົກອອກມາທີ່ສະພາແຫ່ງຊາດອາເມລິກາ

ບັນຫາທະຫານຜ່ານເສິກຖືກຕິດທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມສືບຕໍ່ໄດ້ຍົກອອກມາທີ່ສະພາແຫ່ງຊາດອາເມລິກາ - ảnh 1
ສຳ​ນ​ັກ​ງານສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ
(ພ​າບ​ປະ​ກອບຈາກ Wikipedia)

(vovworld) – ​ວັນ​ທີ 9/3, ທ່ານ​ສະ​ມາ​ຊິກ​ສະ​ພາ​ສູ​ງ​ພັກ​ປະ​ຊາ​ທິ​ປະ​ໄຕ Kirsten Gillibrand ແລະ ສະ​ມາ​ຊິກ​ສະ​ພາ​ສູງ ພັກ​ສາ​ທາ​ລະ​ນະ​ Steve Daines ໄດ້​ຍືນ​ຕໍ່​ສະ​ພາ​ສູງ​ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ສຸ​ຂະ​ພາບ ແລະ ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​ໃຫ້​ທະ​ຫານ​ຜ່ານ​ເສິກ​ນັບ​ພັນ​ຄົນ​ທີ່​ຕິດ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ເຊິ່ງກອ​ງ​ທັບ ອາ​ເມ​ລິ​ກາ ໄດ້ຫວ່ານ​ລົງ​ເຂດ​ດິນ​ແດນ ຫວຽດ​ນາມ ໃນ​ປາງ​ສົງ​ຄາມ. ​ມີຮ່າງ​ກົດ​ໝາຍ​ທີ່​ຄ້າຍ​ຄື​ກັນ​ກໍ່​ຖືກ​ຍົກ​ອອກ​ມາ​ທີ່​ສະ​ພາ​ຕ​່ຳ​ໃນ​ເດືອນ​ກ່ອນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາ​ຍຫຼັງ​ຍືນ​ຮ່າງ​ກົດ​ໝາຍ​ຕໍ່​ສະ​ພາ​ສູງ, ທ່ານ​ສະ​ມາ​ຊິກ​ສະ​ພາ​ສູ​ງ​ Kirsten Gillibrand ໃຫ້​ຮູ້​ວ່າ: ເຖິງ​ວ່າ​ສົງ​ຄາມຢ​ູ່ ຫວຽດ​ນາມ ໄດ້​ສິ້ນ​ສຸດ​ລົງ​ກ່ອນ​ນີ້ 40 ປີ​ແລ້ວກໍ່​ຕາມ, ແຕ່​ມາ​ຮອດ​ປະ​ຈຸ​ບັ​ນ, ທະ​ຫານ​ຜ່ານ​ເສິກ​ນັບສິບ​ຄົນ​ຂອງ​ທະ​ຫານ​ເຮືອ ອາ​ເມ​ລິ​ກາ ທີ່​ເຄີຍ​ຮັບ​ໃຊ້​ໃນ​ກົມ​ກອງ​ຕ່າງໆ​ຢູ່​ເຂດ​ໄຫຼ່​ທະ​ວີບ​ຂອງ ຫວຽດ​ນາມ ໃນ​ບາງ​ສົງ​ຄາມ, ​ທີ່ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສົ່ງ​ເສີມ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ ​ສະ​ຫວັດ​ດີ​ຕ່າງໆ. ບັນ​ດາ​ທະ​ຫານ​ຜ່ານ​ເສິກນີ້​ພວມຕິດ​ໝາຍ​ພະ​ຍາດທີ່ກ່ຽວ​ຂ້ອງ​ເຖິງ​ທາດ​ພິ​ດ​ສີ​ສົ້ມ 80 ລ້ານ​ລິດ​ເຊິ່ງ​ທະ​ຫານ​ອາ​ເມ​ລິ​ກາ ໄດ້​ຫວ່ານ​ລົງ​ເຂດ​ດິ​ນ​ແດນ, ເຂດ​ທະ​ເລ ຫວຽດ​ນາມ ໃນ​ປາງ​ສົງ​ຄາມ.


ຂ່າວ/ບົດ​ອື່ນ