ບັນຫາທະເລຕາເວັນອອກຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມຂັ້ນສູງອາຊຽນຄັ້ງທີ26
ພາບປະກອບ
|
(vovworld) – ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 24/4, ກ່ຽວກັບກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 26, ຢູ່ສູນກອງປະຊຸມ Kuala Lumpur, ທ່ານລັດຖະມົນຕີວ່າການການຕ່າງປະເທດ ມາເລເຊຍ Anifah Aman ໃຫ້ຮູ້ວ່າ: ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 26 ຈະໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ Kuala Lumpur ແລະ ເກາະ Langkawi ຂຶ້ນກັບລັດ Kedah, ໃນລະຫວ່າງວັນທີ 26 – 27/4. ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 26 ຈະແມ່ນເຫດການທຳອິດເຊິ່ງບັນດາການນຳ ອາຊຽນ ໂຮມປະຊຸມຢ່າງເປັນທາງການເພື່ອປຶກສາຫາລືກ່ຽວກັບໂຄງການດຳເນີນງານ ແລະ ບັນດາບຸລິມະສິດຂອງ ອາຊຽນ ໃນປີ 2015. ເລື່ອງສ້າງຕັ້ງປະຊາຄົມ ອາຊຽນ ໃນທ້າຍປີນີ້ຈະແມ່ນບຸລິມະສິດອັນດັບໜຶ່ງໃນໂຄງການດຳເນີນງານ.
ທ່ານລັດຖະມົນຕີວ່າການການຕ່າງປະເທດ ມາເລເຊຍ Anifah Aman ໃຫ້ຮູ້ວ່າ: ບັນຫາທະເລຕາເວັນອອກຈະໄດ້ນຳມາປຶກສາຫາລືຢ່າງລະອຽດຢູ່ຂັ້ນລັດຖະມົນຕີ ແລະ ຂັ້ນປະມຸກລັດໃນກອງປະຊຸມ. ຕາມທ່ານ Anifah Aman ແລ້ວ, ກອງປະຊຸມກໍ່ໄດ້ເຕື້ອງເຖິງໄພນາບຂູ່ຈາກອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ, ພິເສດແມ່ນສຳລັບ ບຣູໄນ, ມາເລເຊຍ ແລະ ອິນໂດເນເຊຍ, ບັນດາປະເທດມີຊາວມຸດສະລິມເປັນຈຳນວນຫຼວງຫຼາຍ. ອາຊຽນ ກໍ່ໄດ້ຊອກຫາມາດຕະການແກ້ໄຂບັນຫາຊາວ Rohingya ສ່ວນໜ້ອຍຢູ່ ມຽນມາ, ບັນຫານີ້ບໍ່ພຽງແຕ່ຂອງ ມຽນມາ ເທົ່ານັ້ນ, ຫາກຍັງແມ່ນຄວາມສົນໃຈຂອງ ອາຊຽນ ອີກດ້ວຍ.