ບັນ​ຫາ Brexit: ສັນ​ຍານ​ຕັ້ງ​ໜ້າ​ໃໝ່ ກ່ຽວ​ກັບ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ

(VOVWORLD) -        ວັນທີ 23 ທັນວາ, ນັກການທູດໂດຍບໍ່ເຜີຍຊື່ທ່ານໜຶ່ງ ຂອງ ສະຫະພາບເອີຣົບ (ອີຢູ) ໃຫ້ຮູ້ວ່າ ຂໍ້ຕົກລົງການຄ້າລະຫວ່າງ ອັງກິດ ແລະ ອີຢູ ອາດຈະບັນລຸໄດ້ໃນ 2 – 3 ຊົ່ວໂມງຈະມາເຖິງ.

ຕາມແຫຼ່ງຂ່າວແລ້ວ, ບັນດາປະເທດສະມາຊິກ ອີຢູ ຈະຕ້ອງຮັບຮອງເອົາການນຳໃຊ້ຂໍ້ຕົກລົງ ໂດຍຊົ່ວຄາວ ເຊິ່ງຄາດວ່າຈະມີຜົນສັກສິດໃນວັນທີ 1 ມັງກອນ 2021 ຍ້ອນ ລັດຖະສະພາເອີຣົບ (EP) ຈະບໍ່ມີເວລາພຽງພໍ ເພື່ອໃຫ້ສັດຕະຍາບັນ. ມີນັກການທູດອີກທ່ານໜຶ່ງຂອງ ອີຢູ ໄດ້ເນັ້ນໜັກວ່າ ເບິ່ງຄືວ່າຂໍ້ຕົກລົງໃກ້ຈະບັນລຸໄດ້ແລ້ວ, ການປະກາດພຽງແຕ່ແມ່ນບັນຫາໄວຫຼືຊ້າເທົ່ານັ້ນ. ສ່ວນຕາມແຫຼ່ງຂ່າວຂອງລັດຖະບານ ອັງກິດ ແມ່ນຢັ້ງຢືນວ່າ ການເຈລະຈາພວມດຳເນີນຢູ່.

ໃນຂະນະນັ້ນ, ໜັງສືພິມ The Sun ໄດ້ໃຫ້ຂ່າວວ່າ ຂໍ້ຕົກລົງການຄ້າ ຫຼັງ Brexit ລະຫວ່າງ ອັງກິດ ແລະ ອີຢູ ຈະສຳເລັດໂດຍໄວ. ບັນດານັກເຈລະຈາຂອງ ອັງກິດ ແລະ ອີຢູ ພວມຕັ້ງຄວາມຫວັງວ່າ ອາດຈະບັນລຸໄດ້ຂໍ້ຕົກລົງທີ່ມີຄວາມໜາກວ່າ 2.000 ໜ້ານີ້ ໃນຕອນບ່າຍວັນທີ 23 ທັນວາ ຫຼື ຕອນເຊົ້າວັນທີ 24 ທັນວາ (ຕາມເວລາທ້ອງຖິ່ນ), ແຕ່ຄວາມບໍ່ລົງລອຍກັນກ່ຽວກັບບັນຫາລົດໄຟຟ້າ ພວມກີດຂວາງສອງຝ່າຍໄປສູ່ການຕົກລົງກັນ.


ຕອບກັບ

ຂ່າວ/ບົດ​ອື່ນ