ບັນຫາ Brexit: ອັງກິດ ຈະສະເໜີສົນທິສັນຍາປ້ອງກັນຄວາມສະຫງົບສະບັບໃໝ່ກັບ ອີຢູ

(VOVWORLD) - ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງເກີດການລະເບີດໃນລົດໄຟຟ້າທີ່ບັນຈຸຄົນຢ່າງຫຼວງຫຼາຍ ຢູ່ສະຖານີລົດໄຟຟ້າໃຕ້ດິນ Parsons Green  ທາງພາກຕາເວັນຕົກນະຄອນຫຼວງ ລອນດອນ ພຽງໜຶ່ງວັນ.

ບັນຫາ Brexit: ອັງກິດ ຈະສະເໜີສົນທິສັນຍາປ້ອງກັນຄວາມສະຫງົບສະບັບໃໝ່ກັບ ອີຢູ - ảnh 1

ທ່ານນາງ Amber Rudd, ລັດຖະມົນຕີກະຊວງພາຍໃນ ອັງກິດ 

(ພາບ:  AFP/TTXVN)

ວັນທີ 16 ກັນຍາ, ທ່ານນາງ Amber Rudd, ລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ວ່າ, ລັດຖະບານປະເທດນີ້ ຈະສະເໜີສົນທິສັນຍາປ້ອງກັນຄວາມສະຫງົບສະບັບໃໝ່ ເພື່ອຮັກສາລະດັບການຮ່ວມມືຕ້ານກໍ່ການຮ້າຍກັບ ສະຫະພາບ ເອີລົບ (ອີຢູ) ພາຍຫຼັງທີ່ ອັງກິດ ຖອນອອກຈາກກຸ່ມນີ້, ທີ່ຍັງເອີ້ນວ່າ Brexit. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາງ Rudd ບໍ່ໃຫ້ຮູ້ລາຍລະອຽດກ່ຽວກັບສົນທິສັນຍາເຊິ່ງ ອັງກິດ ສະເໜີນີ້ເທື່ອ.

        ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງເກີດການລະເບີດໃນລົດໄຟຟ້າທີ່ບັນຈຸຄົນຢ່າງຫຼວງຫຼາຍ ຢູ່ສະຖານີລົດໄຟຟ້າໃຕ້ດິນ Parsons Green  ທາງພາກຕາເວັນຕົກນະຄອນຫຼວງ ລອນດອນ ພຽງໜຶ່ງວັນ. ມີຊາວໜຸ່ມອາຍຸ 18 ປີຖືກຈັບໃນວັນດຽວກັນ ຢູ່ທ່າກ່ຳປັ່ນ Dover ຍ້ອນຖືກລະແວງສົງໄສກ່ຽວຂ້ອງເຖິງເຫດວາງລະເບີດດັ່ງກ່າວ, ເຮັດໃຫ້ຢ່າງໜ້ອຍສຸດມີ 29 ຄົນຖືກຮັບບາດເຈັບ. ຕຳຫຼວດ ອັງກິດ ຢືນຢັນວ່າ ການຈັບຕົວນີ້ມີຄວາມໝາຍ “ພໍສົມຄວນ”, ແຕ່ຍັງຕ້ອງຮັກສາລະດັບນາບຂູ່ກໍ່ການຮ້າຍຢູ່ໃນລະດັບສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ