ບັນຫາ Brexit: ອັງກິດ ມານະພະຍາຍາມແກ້ໄຂບັນຫາຊາຍແດນ ອຽກລັງ ກັບ ອີຢູ
(VOVWORLD) -ສະພາແຫ່ງຊາດອັງກິດ ພວມມານະພະຍາຍາມ ເພື່ອຮັບປະກັນການ Brexit ດໍາເນີນໄປຖືກຕາມເວລາກໍານົດ.
ວັນທີ 31 ມັງກອນ, ທ່ານ Jeremy Hunt ລັດຖະມົນຕີການຕ່າງປະເທດ ອັງກິດ ໃຫ້ຮູ້ວ່່າ ປະເທດນີ້ ຈະເສຍເວລາ 2 – 3 ວັນ ເພື່ອກະກຽມຂໍ້ສະເໜີ ກັບສະຫະພາບເອີຣົບ (ອີຢູ) ໃນຄວາມມານະພະຍາຍາມ ແກ້ໄຂບັນຫາຊາຍແດນ ອຽກລັງ ພາຍຫຼັງ ອັງກິດ ຖອນຕົວອອກຈາກກຸ່ມດັ່ງກ່າວ. ເມື່ອຕອບສໍາພາດຕໍ່ນັກຂ່າວ ວິທະຍຸ BBC, ທ່ານ Hunt ຊີ້ແຈ້ງວ່າ ລັດຖະບານ ຈະປຶກສາຫາລື ເພື່ອລວບລວມບັນດາຂໍ້ສະເໜີ ທີ່ສາມາດຕອບສະໜອງໄດ້ ບັນດາຄວາມມຸ່ງມາດປາດຖະໜາຂອງ ອີຢູ. ທ່ານຖືວ່າ ເວລາຍັງມີຫຼາຍຢູ່ ເພື່ອເວົ້າເຖິງຄວາມຈໍາເປັນຂອງເລື່ອງແກ່ຍາວວິວັດທະນາການ Brexit. ຕາມທ່ານແລ້ວ, ຖ້າຫາກ ອັງກິດ ແລະ ອີຢູ ບັນລຸໄດ້ຂໍ້ຕົກລົງ ກ່ອນກໍານົດເວລາສຸດທ້າຍ 2 – 3 ວັນ, ລອນດອນ ຈະຕ້ອງມີເວລາຕື່ມອີກ ເພື່ອຮັບຮອງເອົາຮ່າງກົດໝາຍສໍາຄັນ. ເຖິງຢ່າງໃດກໍຕາມ, ຖ້າຫາກບັນລຸໄດ້ຄວາມຄືບໜ້າໄວກວ່ານັ້ນ ອັງກິດ ຈະຖອນຕົວອອກຈາກ ອີຢູ ໃນວັນທີ 29 ມີນາ ນີ້.
ແລະກໍໃນວັນດຽວກັນ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ ບັນດາສະມາຊິກລັດຖະສະພາຂອງປະເທດນີ້ ໄດ້ຍົກເລີກການພັກການ ເຊິ່ງຄາດວ່າຈະດໍາເນີນໃນອາທິດໜ້າ ເພື່ອມີເວລາຮັບຮອງເອົາບັນດາຮ່າງກົດໝາຍທີ່ສໍາຄັນ ກ່ອນຈຸດເວລາ ອັງກິດຖອນຕົວອອກຈາກ ອີຢູ. ເຈົ້າໜ້າທີ່ຄົນດັ່ງກ່າວເນັ້ນໜັກວ່າ ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ສະພາແຫ່ງຊາດອັງກິດ ພວມມານະພະຍາຍາມ ເພື່ອຮັບປະກັນການ Brexit ດໍາເນີນໄປຖືກຕາມເວລາກໍານົດ.