ບັນຫາ Brexit: ອັງກິດ ແລະ ອຽກລັງ ເຫັນດີນຳກັນວ່າຍັງມີກາລະໂອກາດເພື່ອບັນລຸໄດ້ຂໍ້ຕົກລົງ

(VOVWORLD) -ວັນທີ 10 ຕຸລາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ແລະ ຄູ່ຕຳແໜ່ງອຽກລັງ Leo Vanradkar ໃຫ້ຮູ້ວ່າ, ເຂົາເຈົ້າອາດເຫັນໄດ້ເສັ້ນທາງມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງ Brexit.

ບັນຫາ Brexit: ອັງກິດ ແລະ ອຽກລັງ ເຫັນດີນຳກັນວ່າຍັງມີກາລະໂອກາດເພື່ອບັນລຸໄດ້ຂໍ້ຕົກລົງ - ảnh 1ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບ: AFP/TTXVN)

ໃນຖະແຫຼງການຮ່ວມພາຍຫຼັງການປຶກສາຫາລືທີ່ດຳເນີນໃນວັນດຽວກັນຢ່າງ “ລະອຽດ ແລະ ມີລັກສະນະສ້າງສັນ” , ການນຳ 2 ທ່ານໃຫ້ຮູ້ວ່າ “2 ຝ່າຍມີຄວາມເຊື່ອໝັ້ນວ່າ ຈະບັນລຸໄດ້ຂໍ້ຕົກລົງທີ່ມີຜົນປະໂຫຍດໃຫ້ທຸກໆຄົນ. 2 ຝ່າຍກໍ່ເຫັນດີນຳກັນວ່າ ອາດເຫັນໄດ້ຊ່ອງທາງໃຫ້ຂໍ້ຕົກລົງ”.

        ກ່ອນໜ້ານັ້ນ, ນາຍົກລັດຖະມົນຕີ 2 ທ່ານໄດ້ພົບປະກັນໃນຄວາມມານະພະຍາຍາມຕໍ່ນາທີ່ສຸດທ້າຍ ເພື່ອຟື້ນຟູຂໍ້ສະເໜີຂອງອັງກິດ ກ່ຽວກັບຂໍ້ຕົກລົງ Brexit ເຊິ່ງສະຫະພາບເອີລົບ (ອີຢູ) ເວົ້າວ່າ ມັນໄປໄກກວ່າບັນດາສິ່ງທີ່ຈຳເປັນໃຫ້ແກ່ການຖອນຕົວຢ່າງເປັນລະບຽບ.

ຕອບກັບ

ຂ່າວ/ບົດ​ອື່ນ