ບັນຫາ Brexit: ອີຢູ ສະເໜີໄລຍະຂ້າມຜ່ານຢ່າງຫລາຍສຸດແມ່ນ 20 ເດືອນ

(VOVWORLD) - ວົງການເຈົ້າໜ້າທີ່ສະຫະພາບ ເອີຣົບ (ອີຢູ) ໃຫ້ຮູ້ວ່າ: ອີຢູ ອາດຈະຍົກອອກຄຳຮຽກຮ້ອງໄລຍະຂ້າມຜ່ານ Brexit ຫລາຍສຸດແມ່ນ 20 ເດືອນ, ໜ້ອຍກ່ວາເວລາ ຊຶ່ງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ສະເໜີ.
ບັນຫາ Brexit: ອີຢູ ສະເໜີໄລຍະຂ້າມຜ່ານຢ່າງຫລາຍສຸດແມ່ນ 20 ເດືອນ - ảnh 1ພາບປະກອບ / AFP 

ໃນບົດກ່າວປາໄສຢູ່ Florence ປະເທດ ອີຕາລີ ໃນວັນທີ 22 ກັນຍາ, ທ່ານນາງນາຍົກລັດຖະມົນຕີ May ສະເໜີຢ່າງເປັນທາງການກັບ ອີຢູ ວ່າ: ໄລຍະຂ້າມຜ່ານແມ່ນປະມານ 2 ປີ, ເປັນໄລຍະເບື້ອງຕົ້ນໃຫ້ ອັງກິດ ຖອນອອກຈາກ ອີຢູ ນັບແຕ່ພາຍຫລັງເດືອນ ມີນາ 2019. ດ້ວຍຂໍ້ສະເໜີໄລຍະຂ້າມຜ່ານເປັນເວລາ 2 ປີ, ທ່ານນາງ May ຢືນຢັນວ່າ: ອັງກິດ ຈະສືບຕໍ່ເຄົາລົບບັນດາຄຳໝັ້ນສັນຍາຂອງປະເທດນີ້ ກ່ຽວກັບງົບປະມານ ເມື່ອຍັງເປັນສະມາຊິກຂອງ ອີຢູ. ໃນໄລຍະຂ້າມຜ່ານນີ້, ພົນລະເມືອງ ອີຢູ ຍັງຄົງສືບຕໍ່ໄປ - ມາ, ດຳລົງຊີວິດ ແລະ ເຮັດວຽກ ຢູ່ ອັງກິດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ