ບັນຫາ Brexit: ໄລຍະຂ້າມຜ່ານອາດຈະແກ່ຍາວເປັນເວລາອີກ 2 ປີ

(VOVWORLD) - ຕາມແຜນການແລ້ວ, ອັງກິດຈະຖອນຕົວອອກຈາກ EU ໃນທ້າຍເດືອນ ມີນາ 2019. ປະຈຸບັນ, ວິວັດທະນາການຂ້າມຜ່ານຈະໄດ້ແກ່ຍາວຮອດວັນທີ 31 ທັນວາ 2020.

ຕາມຮ່າງຂໍ້ຕົກລົງກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີລົບ (ອີຢູ) ຫຼື ຍັງເອີ້ນວ່າ Brexit, ທີ່ໄດ້ເອົາລົງໃນແວບໄຊຂອງສະພາເອີລົບ (EC), ໄລຍະຂ້າມຜ່ານ Brexit ອາດຈະແກ່ຍາວເປັນເວລາອີກຄັ້ງໜຶ່ງ ດ້ວຍເວລາເພີ່ມຂຶ້ນປະມານ 2 ປີ, ເລີ່ມແຕ່ປີ 2021, ພາຍຫຼັງໄລຍະຂ້າມໃນປະຈຸບັນສິ້ນສຸດລົງ. ຕາມແຜນການແລ້ວ, ອັງກິດຈະຖອນຕົວອອກຈາກ EU ໃນທ້າຍເດືອນ ມີນາ 2019. ປະຈຸບັນ, ວິວັດທະນາການຂ້າມຜ່ານຈະໄດ້ແກ່ຍາວຮອດວັນທີ 31 ທັນວາ 2020.

        ກ່ອນໜ້ານັ້ນ, ວັນທີ 25 ພະຈິກ, ທີ່ກອງປະຊຸມສຸດຍອດ EU ພວມຈັດຕັ້ງຢູ່ ບຣຸກແຊນ, ປະເທດແບນຊິກ, 27 ປະເທດສະມາຊິກ EU ຮັບຮອງເອົາບັນດາມາດຕາຂອງຂໍ້ຕົກລົງ Brexit ກັບ ອັງກິດ. ເນື້ອໃນຂອງຂໍ້ຕົກລົງຈະໄດ້ຮັບການພິຈາລະນາ ກ່ຽວກັບລັກສະນະນິຕິກຳຄັ້ງສຸດທ້າຍໃນ 2 – 3 ວັນຈະມາເຖິງ. ກໍ່ໃນວັນທີ 25 ພະຈິກ, ທ່ານ Jean Claude Juncker, ປະທານຄະນະກຳມະການເອີລົບ ໄດ້ຮຽກຮ້ອງໃຫ້ສະພາແຫ່ງຊາດ ອັງກິດ ຮັບຮອງເອົາຂໍ້ຕົກລົງເບື້ອງຕົ້ນດັ່ງກ່າວ, ຖືວ່ານີ້ແມ່ນຂໍ້ຕົກລົງໜຶ່ງດຽວສາມາດເປັນໄປໄດ້. ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຂອງປະເທດນີ້ຈະປ່ອນບັດກ່ຽວກັບຂໍ້ຕົກລົງເບື້ອງຕົ້ນກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ສະຫະພາບເອີລົບ (ອີຢູ) ກ່ອນວັນບຸນ ຄຼິດສະມາສ ປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ