ບຸນເຕັດປູກຕົ້ນໄມ້ເນື່ອງໃນໂອກາດລະດູບານໃໝ່ປີຊວດ 2020

(VOVWORLD) - ຄາດວ່າ ວັນທີ 30 ມັງກອນ (ກົງກັບວັນທີ 6 ບຸນເຕັດປີຊວດ 2020), 14 ທ້ອງຖິ່ນຢູ່ພາກເໜືອຈະຜັນຂະຫຍາຍລາຍການບຸນເຕັດປູກຕົ້ນໄມ້ປີ 2020. 

ສຳລັບບັນດາແຂວງທາງພາກໃຕ້ ຈະດຳເນີນໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/05), ເຊິ່ງເໝາະສົມກັບລະດູການປູກຝັງຂອງແຕ່ລະທ້ອງຖິ່ນໃນແຕ່ລະໄລຍະເວລາ, ສະຖານທີ່ລະອຽດ.

        ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ “ລະດູບານໃໝ່ແມ່ນບຸນເຕັດປູກຕົ້ນໄມ້, ສ້າງປະເທດຊາດໃຫ້ນັບມື້ນັບພັດທະນາ” ໃນ 60 ປີຜ່ານມາ, ອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນທົ່ວປະເທດໄດ້ຕອບສະໜອງ, ເຂົ້າຮ່ວມຂະບວນການປູກຕົ້ນໄມ້, ຮັກສາປ່າໄມ້ຢ່າງຕັ້ງໜ້າ ແລະ ບັນລຸໄດ້ບັນດາໝາກຜົນຢ່າງໃຫຍ່ຫລວງ. ຜ່ານນັ້ນ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ເສີມຂະຫຍາຍບົດບາດປົກປັກຮັກສາປ່າໄມ້, ປັບປຸງສະພາບແວດລ້ອມ, ຫລຸດຜ່ອນໄພພິບັດ, ຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ