ບັດຢູ່ອາໄສຂອງ Mohamed Lahouaiej Bouhlel
(ພາບ:
AFP/ສຳນັກຂ່າວສານ ຫວຽດນາມ)
(vovworld) – ວັນທີ 18/7, ທ່ານ Francois Molins, ເຈົ້າໜ້າທີ່ໄອຍະການນະຄອນຫຼວງ ປາຣີ ໃຫ້ຮູ້ວ່າ: ບໍ່ມີຂໍ້ມູນຫຼັກຖານໃດສະແດງໃຫ້ເຫັນວ່າ Mohamed Lahouaiej Bouhlel, ຕົວການໃນເຫດກໍ່ການຮ້າຍຢູ່ນະຄອນ Nice, ປະເທດ ຝຣັ່ງ, ມີສ່ວນກ່ຽວຂ້ອງໂດຍກົງເຖິງອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ອ້າງຊື່ເອງ, ເຖິງວ່າກ່ອນນັ້ນ IS ໄດ້ຍອມຮັບກໍ່ໃຫ້ເກີດເຫດບຸກໂຈມຕີດ່ັງກ່າວ. ເຖິງຢ່າງໃດກໍ່ຕາມ, ໝາກຜົນຂອງການສືບສວນໃນຄອມພິວເຕີຂອງ Mohamed Lahouaiej Bouhlel ສະແດງໃຫ້ເຫັນວ່າ: ລາວມີຄວາມເອົາໃຈໃສ່ພິເສດເຖິງບັນດາຂະບວນການອິດສະລາມຫົວຮຸນແຮງ. ບັນດານັກສືບສວນ ຝຣັ່ງ ໄດ້ກຳນົດວ່າ Mohamed Lahouaiej Bouhlel, ອາຍຸ 31 ປີ, ແມ່ນຕົວການຂັບລົດຕ່ຳໃສ່ກຸ່ມຄົນຢູ່ນະຄອນ Nice, ທາງພາກໃຕ້ປະເທດ ຝຣັ່ງ, ເຮັດໃຫ້ຢ່າງໜ້ອຍສຸດມີ 84 ຄົນເສຍຊີວິດ ແລະ ປະມານ 100 ຄົນຖືກຮັບບາດເຈັບ.