ບໍ່ມີຊາວຫວຽດນາມເສຍຊີວິດໃນເຫດວາງລະເບີດຢູ່ບາງກອກ,ໄທ
ຊວນເຊີນ, ນັກຂ່າວ VOV ປະຈຳໄທ -  
(ບໍ່ມີຊາວຫວຽດນາມເສຍຊີວິດໃນເຫດວາງລະເບີດຢູ່ບາງກອກ,ໄທ)
(vovworld) – ຕາມຂໍ້ມູນລ້າສຸດຂອງຕຳຫຼວດໄທ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 18/08, ມີ 19 ຄົນເສຍຊີວິດ ແລະ 123 ຄົນຮັບບາດເຈັບໃນເຫດວາງລະເບີດ ໃນເວລາ 19 ໂມງວັນທີ 17/08, ຢູ່ໃຈກາງນະຄອນຫຼວງບາງກອກ. ໃນຈຳນວນຜູ້ຮັບບາດເຈັບມີຊາວຫວຽດນາມ ຄົນໜຶ່ງ ແມ່ນອ້າຍ ເຈືອງມາຍວັນ, ໝາຍເລກປັດສະປໍ B 8759732. ຕາມນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳໄທ ແລ້ວ, ອ້າຍ ເຈືອງມາຍວັນ ຖືກບາດເຈັບເບົ່າ ແລະ ພວມໄດ້ຮັບການປິ່ນປົ່ວຢູ່ໂຮງໝໍໃຈກາງບາງກອກ. ໃນຂະນະນັ້ນ, ຕອນຄໍ່າ ແລະ ກາງຄືນວັນທີ 17/08, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຫງວຽນເຕີດແທ່ງ ໄດ້ນຳໜ້າຄະນະປະຕິບັດງານ ໄປຊອກຫາຂໍ້ມູນ, ກໍຄືກຳແໜ້ນສະພາບການ, ພິເສດເມື່ອຝ່າຍໄທ ໃຫ້ຮູ້ວ່າ, ຈຳນວນຜູ້ເສຍຊີວິດສ່ວນຫຼາຍແມ່ນຊາວອາຊີ. ສະຖານທູດຫວຽດນາມ ປະຈຳບາງກອກ ກໍອອກຄຳກ່າວເຕື່ອນໃນທັນທີ ແລະ ໃຫ້ຈ່າວໄວ້ທີ່ສຸດເພື່ອໃຫ້ປະຊາຄົມຊາວຫວຽດນາມ ຢູ່ໄທ ກໍຄືນັກທ່ອງທ່ຽວ ຫວຽດນາມ ຢູ່ໄທ ຮູ້ກ່ຽວກັບເຫດວາງລະເບີດນີ້ຢ່າງທັນການ.
ຊວນເຊີນ, ນັກຂ່າວ VOV ປະຈຳໄທ