(vovworld) – ວັນທີ 25/4 ຈະມາເຖິງ, 4 ປະເທດສະມາຊິກ ອາຊຽນ ເຊິ່ງລວມມີ: ບຣຸໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ຈະຈັດຕັ້ງການປຶກສາຫາລືແຜນການເຊື່ອມຈອດ ອາຊຽນ, ເຊິ່ງແມ່ນສ່ວນໜຶ່ງໃນຂອບເຂດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 22 ທີ່ຖືກຈັດຕັ້ງຂຶ້ນຢູ່ນະຄອນຫລວງ Bandar Seri Begawan ຂອງ ບຣຸໄນ. ຕາມແຈ້ງຂ່າວຈາກຄະນະຈັດຕັ້ງແລ້ວ, ດ້ວຍຊື່ວ່າ: ພາກພື້ນເຕີບໂຕ ອາຊຽນ ຕາເວັນອອກ ບຣຸໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ຄັ້ງທີ 9 (ຫຼື BIMP - EAGA), ໂຄງການຈະມານະພະຍາຍາມຍູ້ແຮງການເຊື່ອມໂຍງເສດຖະກິດ ລະຫວ່າງ 4 ປະເທດ - ເຊິ່ງແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມນຳ ອາຊຽນກາຍເປັນລະບອບຄ້າຍຄືກັບສະຫະພາບ ເອີລົບ ໃນປີ 2015. ແຈ້ງຂ່າວຊີ້ແຈງວ່າ: “ໄປຄຽງຄູ່ກັບການຍູ້ແຮງການຜັນຂະຫຍາຍບັນດາໂຄງການປະຈຸບັນ ກໍ່ຄືບັນດາໂຄງການສະເໜີໃໝ່, ບັນດາວຽກງານທີ່ປະຈຸບັນຍັງແນໃສ່ຮັບໃຊ້ຈຸດໝາຍເພີ່ມທະວີກົນໄກເຄື່ອນໄຫວຂອງ BIMP - EAGA”. ຄາດວ່າ, ການນຳ 4 ປະເທດຈະປຶກສາຫາລືເລື່ອງເພີ່ມລະດັບຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງທີ່ໄດ້ຮັບບຸລິມະສິດໃນພາກພື້ນ, ພິເສດແມ່ນການຂົນສົ່ງ, ພະລັງງານ, ການຄ້າ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ. ຕາມການຄາດຄະເນຂອງວາລະສານ “Private Equity International”, ອາຊຽນ ຈະຕ້ອງການຈຳນວນເງິນ 1.000 ຕື້ USD ໃນ 7 ປີຂ້າງໜ້າເພື່ອບັນລຸຈຸດໝາຍພື້ນຖານໂຄງລ່າງຂອງຕົນໃຫ້ໄດ້.