ບໍລິສັດການບິນAirAsia ເປີດບັ້ນຊອກຫາເຮືອບິນ ຖືກຫາຍສາບສູນ
ບັນຊີລາຍຊື່ຜູ້ໂດຍສານໃນຖ້ຽວບິນຖືກຫາຍສາບສູນ
(ພາບ: http://dantri.com.vn/ )
(vovworld)- ວັນທີ 28/12, ບໍລິສັດການບິນ AirAsia ຂອງມາເລເຊຍ ໄດ້ປະກາດເປີດບັ້ນຊອກຫາ ແລະ ກູ້ເຮືອບິນ Airbus 320 QZ 8501 ຖືກຫາຍສາບສູນໃນຕອນເຊົ້າຂອງວັນທີ 28/12 ໃນຂະນະທີ່ກຳລັງເດີນທາງຈາກອິນໂດເນເຊຍ ໄປສິງກະໂປ. AirAsia ໄດ້ສ້າງຕັ້ງໂທລະສັບສາຍດ່ວນ ແລະ ສູນໜູນຊ່ວຍດ່ວນໃຫ້ແກ່ຄອບຄົວ ແລະ ຍາດຕິພີ່ນ້ອງຜູ້ໂດຍສານໃນຖ້ຽວບິນດັ່ງກ່າວເພື່ອສາມາດຕິດຕໍ່ພົວພັນໄດ້. ໃນຂະນະນັ້ນ, ອົງການການບິນພົນລະຮືອນສິງກະໂປ ໃຫ້ຮູ້ວ່າ: ເຮືອບິນດັ່ງກ່າວຖືກຫາຍສາບສູນພາຍຫຼັງບິນຈາກນະຄອນ Surabaya ຂອງອິນໂດເນເຊຍ ປະມານ 42 ນາທີ. ໃນຖ້ຽວບິນດັ່ງກ່າວມີທັງໝົດ 162 ຄົນ ຊື່ງລວມມີຜູ້ໂດຍສານ 155 ຄົນ ແລະ ສະມາຊິກຈຸບິນ 7 ຄົນ ແລະ ຜູ້ໂດຍສານສ່ວນຫຼາຍແມ່ນຊາວອິນໂດເນເຊຍ. ປະຈຸບັນ, ກອງທັບອາກາດ ແລະ ກອງທັບເຮືອສິງກະໂປ ໄດ້ສົ່ງເຮືອບິນ C-130 ສອງລຳເພື່ອເຂົ້າຮ່ວມວຽກງານຊອກຫາ ແລະ ກູ້ໄພກູ້ຊີບ.
ລັດຖະບານມາເລເຊຍກູ້ຊ່ວຍຜູ້ປະສົບໄພນ້ຳຖ້ວມ
ຮອດຕອນເຊົ້າວັນທີ 28/12, ນ້ຳຖ້ວມຄັງປະຫວັດສາດພວກເກີດຂຶ້ນຢູ່ 8 ລັດຢູ່ທາງທິດຕາເວັນອອກສ່ຽງເໜືອມາເລເຊຍ ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 8 ຄົນເສຍຊີວິດ ແລະ ເຮັດໃຫ້ ປະຊາຊົນເກືອບ 161.000 ຄົນຕ້ອງຍົກຍ້າຍໄປບ່ອນປອດໄພ. ຕໍ່ໜ້າສະພາບດັ່ງກ່າວ, ທ່ານນາຍົກລັດຖະມົນຕີມາເລເຊຍ Najib Razack ຮຽກຮ້ອງຍູ້ແຮງການໜູນຊ່ວຍ ປຊຊ ແລະ ປາດຖະໜາວ່າ ບັນດາທະນາຄານ ແລະ ອົງການການເງິນ, ອົງການຄຸ້ມຄອງທຶນ ພິຈາລະນາການກຳນົດເວລາໃຊ້ໜີ້ຂອງລູກຄ້າ ເພື່ອຫລຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ຜູ້ຖືກຜົນສະທ້ອນຈາກໄພນ້ຳຖ້ວມ.