ບໍລິສັດສ.ເກົາຫຼີຊ່ວຍຫວຽດນາມບຳລຸງສ້າງນັກຊ່ຽວຊານຂະແໜງLogistic

 ບໍລິສັດສ.ເກົາຫຼີຊ່ວຍຫວຽດນາມບຳລຸງສ້າງນັກຊ່ຽວຊານຂະແໜງLogistic - ảnh 1
ທີ່​ພິທີ​ລົງ​ນາມ​ໃນສັນຍາ
(ພາບ:baotintuc.vn)


(vovworld) – ບໍລິສັດ​ PTV ​ ຈຳກັດ, ເຊິ່ງ​ແມ່ນວິ​ສາ​ຫະກິດ ສ.​ເກົາຫຼີ ທີ່​ພວມ​ລົງທຶນ​ຢູ່ ຫວຽດນາມ ​ໃນ​ຂົງ​ເຂດ Logistic, ​ຫາ​ກໍ​ລົງ​ນາມ​ໃນ​ບົດ​ບັນທຶກອຸປະຖຳ​ກອງ​ທຶນ​ສຶກສາ​ທີ່ມີ​ມູນ​ຄ່າປະມານ 4 ຕື້​ດົ່ງ ​ໃຫ້​ມະຫາວິທະຍາ​ໄລ Inha,​ ສ.​ເກົາຫຼີ, ​ເພື່ອ​​ບຳລຸງ​ສ້າງ​ບັນດາ​ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮຳ່ຮຽນ​ຢູ່ ສ.​ເກົາຫຼີ. ດ້ວຍ​ກອງ​ທຶນສຶກສານີ້, ບັນດາ​ນັກຮຽນ ຫວຽດນາມ ທີ່​ພວມ​ຮຳ່ຮຽນ​ຂະ​ແໜງ Logistic ຢູ່ ມະຫາວິທະຍາ​ໄລ Inha ສາມາດ​ເຂົ້າ​ຮ່ວມ​ໂຄງການ​ບຳລຸງ​ສ້າງ​ມາດ​ສ​ເຕີ ​ເພື່ອ​ຮັບ​ໃບ​ປະກາດປະ​ລິຍາ​ໂທ ກ່ຽວ​ກັບ​ຂະ​ແໜງ​ນີ້.

                  ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ​ໃນສັນຍາ, ຜູ້ອຳນວຍການມະຫາວິທະຍາ​ໄລ Inha Chue Sun-ja ​ເນັ້ນ​ໜັກ​ວ່າ: ດ້ວຍ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA), ວິວັດ​ການ​ແລກປ່ຽນ​ແຫຼ່ງຊັບພະຍາກອນ​ມະນຸດ ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກ້ວາງ. ທ່ານຫວັງ​ວ່າ: ບັນດາ​ນັກ​ສຶກສາ ຫວຽດນາມ ທີ່​​ຮຳ່ຮຽນ​ຢູ່ ສ.​ເກົາຫຼີ ພາຍຫຼັງ​​ເສັງ​ຈົບ​ມະຫາວິທະຍາ​ໄລ​ກັບ​ເມືອ​ປະ​ເທດ ຈະ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ທີ່​ພວມ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້​.

ຂ່າວ/ບົດ​ອື່ນ