ບໍລິສັດໄທຄາດຄະເນເປີດສາຍລົດເມໄທ-ລາວ-ຫວຽດນາມ
(ພາບປະກອບ)
(vovworld) - ບໍລິສັດຂົນສົ່ງແຫ່ງລັດ Transport Co ຂອງ ໄທ ມີແຜນການເປີດບໍລິການລົດເມໂດຍສານເຊື່ອມຕໍ່ 3 ປະເທດ ໄທ, ລາວ ແລະ ຫວຽດນາມ. ຜູ້ຮັກສາການປະທານ Transport Co ທ່ານ ນົບພະວັດ ກາຣຸນຢະວະນິກ ໃຫ້ຮູ້ວ່າ: ບໍລິສັດພວມເຈລະຈາກັບອຳນາດການປົກຄອງ 2 ປະເທດ ລາວ ແລະ ຫວຽດນາມ ເພື່ອເປີດສາຍລົດເມຈາກແຂວງ ນະຄອນ ພະນົມ (ໄທ) ຜ່ານນະຄອນ ທາແຂກ (ແຂວງ ຄຳມ່ວນ ຂອງ ລາວ) ເຖິງແຂວງ ຮ່າຕິງ (ຫວຽດນາມ). ຕາມທ່ານ ນົບພະວັດ ກາຣຸນຢະວະນິກ ແລ້ວ, ບໍລິສັດ Transport Co ໄດ້ສຸມໃສ່ພັດທະນາການບໍລິການໂດຍສານຂ້າມຊາຍແດນໄລຍະໜຶ່ງແລ້ວ, ແຕ່ຫົວຄິດປະດິດສ້າງໃໝ່ນີ້ຈະແມ່ນການບໍລິການລົດເມທຳອິດທີ່ເຊື່ອມຕໍ່ 3 ປະເທດ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມ ໄທ ອາຄົມ ເຕີມພິດທະຢາໄພສິດ ຫວັງວ່າ, ລາວ, ໄທ ແລະ ຫວຽດນາມ ອາດສາມາດເຊັນບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບການບໍລິການລົດເມດັ່ງກ່າວໃນເດືອນ 7 ນີ້.