ອະນຸສາວະລີ“ຄວາມສາມັກຄີສຳພັນສູ້ຮົບຫວຽດນາມ-ລາວ”
photo:quangtri.gov.vn
|
(vovworld)-ນີ້ແມ່ນໝາກຜົນຂອງການເຮັດວຽກໃນວັນທີ 6/3 ລະຫວ່າງຄະນະຜູ້ແທນຄະນະສະເພາະກິດ ລັດຖະບານຫວຽດນາມໂດຍ ພົນຕີ ດາວຢີມີງ, ຮອງຫົວຫນ້າກົມໃຫຍ່ການເມືອງເປັນຫົວຫນ້າຄະນະ ແລະ ຄະນະຜູ້ແທນຄະນະສະເພາະກິດ ລັດຖະບານ ລາວ ໂດຍ ພົນຈັດຕະວາ ວິໄລ ຫຼ້າຄຳຟອງ, ຮອງຫົວຫນ້າກົມໃຫຍ່ການເມືອງນຳຫນ້າ. ຕາມນັ້ນແລ້ວ, ສອງຝ່າຍເຫັນດີ ບູລະນະ, ປະຕິສັງຂອນ, ຍົກລະດັບອະນຸສາວະລີ“ຄວາມສາມັກຄີສຳພັນສູ້ຮົບຫວຽດນາມ-ລາວ” ຢູ່ ແຂວງບໍລິຄຳໄຊ, ຊຽງຂວາງ, ອັດຕະປື ແລະ ຢູ່ ເມືອງ ປາກຊອ່ງ ຂຶ້ນກັບແຂວງ ຈຳປາສັກ. ສອງຝ່າຍກໍເຫັນດີບາງເນື້ອໃນທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຕາມແຜນການໃນປີ 2014 ເພື່ອຊອກຄົ້ນອັດຖິນັກຮົບທີ່ເສຍສະຫລະຊີວິດໃນປາງສົງຄາມ, ເຫັນດີດຳເນີນການເຄື່ອນໄຫວພົບປະຄັ້ງທີ 19 ລະຫວ່າງສອງຝ່າຍຢູ່ ຫວຽດນາມໃຈຈຸດເວລາທີ່ເໝາະສົມ.