ບ້ວງເງິນໜູນຊ່ວຍສັງຄົມຈະສົ່ງເຖິງເປົ້າໝາຍຜູ້ຊົມໃຊ້ໃນເດືອນເມສານີ້

(VOVWORLD) -ໃນເດືອນເມສານີ້, ຜູ້ມີຄຸນງາມຄວາມດີ, ຜູ້ຮັບອຸປະກະລະສັງຄົມ, ຄອບຄົວທຸກຍາກ ແລະ ໃກ້ຈະທຸກຍາກຈະໄດ້ຮັບເງິນຈາກບ້ວງເງິນໜູນຊ່ວຍສັງຄົມທີ່ມີມູນຄ່າ 62.000 ຕື້ດົ່ງ (ປະມານ 2,6 ຕື້ USD).
ບ້ວງເງິນໜູນຊ່ວຍສັງຄົມຈະສົ່ງເຖິງເປົ້າໝາຍຜູ້ຊົມໃຊ້ໃນເດືອນເມສານີ້ - ảnh 1 (ພາບປະກອບ: congluan.vn)

ນີ້ແມ່ນຄຳຢືນຢັນຂອງທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ເຊິ່ງແມ່ນອົງການສະເໜີບັນດານະໂຍບາຍໜູນຊ່ວຍສັງຄົມໃຫ້ແກ່ບັນດາກຸ່ມເປົ້າໝາຍຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ- 19, ຜ່ານຜ່າຄວາມຫຍຸ້ງຍາກ.

“ສຳລັບບາງເປົ້າໝາຍຄືຜູ້ມີຄຸນງາມຄວາມດີ, ອຸປະກະລະສັງຄົມ, ຄອບຄົວທຸກຍາກ ແລະ ໃກ້ຈະທຸກຍາກນັ້ນແມ່ນຈະໄດ້ຊົມໃຊ້ນະໂຍບາຍໃນເດືອນເມສາ ນີ້. ສ່ວນບັນດາເປົ້າໝາຍທີ່ໄດ້ຊົມໃຊ້ຈາກນະໂຍບາຍໜູນຊ່ວຍສັງຄົມ, ກໍ່ຈະໄດ້ຮັບການຜັນຂະຫຍາຍໃນອາທິດນີ້. ສ່ວນບັນດາເປົ້າໝາຍມີການພົວພັນອອກແຮງງານ ແມ່ນຈະໄດ້ຮັບການຜັນຂະຫຍາຍຜ່ານທາງລະບົບວິສາຫະກິດ ແລະ ການຢັ້ງຢືນຂອງລະບົບອຳນາດການປົກຄອງທ້ອງຖິ່ນ.”

ຕອບກັບ

ຂ່າວ/ບົດ​ອື່ນ