ປູກຕົ້ນໄມ້ຕົ້ນລະດູ ບານໃໝ່ຢູ່ເກາະຫຼີເຊີນ - ກວາງຫງາຍ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 2/2, ຄະນະການນຳກອງບັນຊາການທະຫານເມືອງຫຼີເຊີນ, ແຂວງກວາງຫງາຍ ໄດ້ປຸກລະດົມພິທີປູກຕົ້ນໄມ້ຕົ້ນລະດູບານໃໝ່ປີມະເມຍ ຕາມໂຄງການປູກປ່າປ້ອງກັນ ແລະປູກຕົ້ນໄມ້ໃນເກາະ. ພາຍຫຼັງພິທີປຸກລະດົມ, ການນຳກອງບັນຊາການທະຫານແຂວງກວາງຫງາຍ ແລະ ພະນັກງານນັກຮົບເມືອງຫຼີເຊີນ ເປັນຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ເກືອບ 200 ຕົ້ນ ຢູ່ລຽບຕາມໂນນພູໃນຕາແສງອານວິ້ງ. ມາຮອດປະຈຸບັນ, ໂຄງການປູກປ່າໃນເກາະຫຼີເຊີນ ໂດຍກອງບັນຊາການທະຫານແຂວງກວາງຫງາຍ ເປັນເຈົ້າຂອງລົງທຶນ ສາມາດປູກປ່າໃໝ່ໄດ້ໃນເນື້ອທີ່ກວ່າ 20 ເຮັກຕາ.