ທ່ານ ຫງວຽນມີງຮົ່ງ ລັດຖະມົນຕີ
ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ
(ພາບ: vietnamnet)
(vovworld) – ເມື່ອຕອບສະໜອງ ວັນໂລກປອດຢາສູບ 31/5, ໃນຕອນເຊົ້າ ວັນທີ 31/5, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຕັ້ງພິທີປຸກລະດົມການເສັງ ຂຽນກ່ຽວກັບການປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ ປີ 2016. ການເສັງເພື່ອແນໃສ່ຍູ້ແຮງ ວຽກງານຂໍ້ມູນຂ່າວ, ການໂຄສະນາເຜີຍແຜ່ ກ່ຽວກັບຜົນຮ້າຍຈາກຢາສູບ ເຖິງປະຊາຄົມ; ສ່ອງແສງເຖິງແຜນນະໂຍບາຍ, ແນວທາງນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ. ຄະນະຈັດການເສັງ ໄດ້ປະກາດໃຊ້ລະບຽບການເສັງເປີດເຜີຍພໍສົມຄວນ ເພື່ອແນໃສ່ລະດົມ ສື່ມວນຊົນ, ທຸກຮູບການກໍ່ຄືບັນດານັກປະພັນອາຊີບ ແລະ ສະໝັກຫຼີນທົ່ວປະເທດເຂົ້າຮ່ວມ. ກະຊວງຖະແຫຼງຂ່າວ ແລະ ສື່ສານ ຮັບບົດປະພັນເຂົ້າຮ່ວມການເສັງນັບແຕ່ວັນທີ 31/05/2016 ເຖິງວັນທີ 01/10/2016. ສ່ວນໂຄງປະກອບລາງວັນມີຢູ່ວ່າ, ແຕ່ລະຮູບການສ່ືມວນຊົນ (ສື່ສິ່ງພີມ, ສື່ເອເລັກໂຕນິກ, ວິທະຍຸ, ໂທລະພາບ) ຈະມີລາງວັນ ທີ 1 ໜຶ່ງລາງວັນ, ລາງວັນ ທີ 2 ສອງລາງວັນ, ລາງວັນ ທີ 3 ສາມລາງວັນ ແລະ ລາງວັນ ຊົມເຊີຍ 3 ລາງວັນ. ເຖິງຢ່າງໃດກໍ່ຕາມໂຄງປະກອບລາງວັນ ສາມາດປ່ຽນແປງໄດຕາມໝາກຜົນ, ຄຸນນະພາບຂອງບົດປະພັນທີ່ເຂົ້າຮ່ວມການເສັງ. ພິທີສະຫລຸບມອບລາງວັນ ການເສັງດັ່ງກ່າວ ຄາດຄະເນວ່າຈະດຳເນີນ ໃນລະຫວ່າງ ວັນທີ 15/10-30/11/2016