ປຸກລະດົມການເສັງພາບຖ່າຍສິລະປະທ່ອງທ່ຽວທົ່ວປະເທດຄັ້ງທີ 8 “ຂ້າພະເຈົ້າຮັກຫວຽດນາມ”

(VOVWORLD) -ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວ, ວາລະສານທ່ອງທ່ຽວ ໄດ້ຈັດຕັ້ງການປຸກລະດົມການເສັງພາບຖ່າຍສິລະປະທ່ອງທ່ຽວທົ່ວປະເທດຄັ້ງທີ 8 ດ້ວຍຫົວຂໍ້ວ່າ “ຂ້າພະເຈົ້າຮັກຫວຽດນາມ”
ປຸກລະດົມການເສັງພາບຖ່າຍສິລະປະທ່ອງທ່ຽວທົ່ວປະເທດຄັ້ງທີ 8 “ຂ້າພະເຈົ້າຮັກຫວຽດນາມ” - ảnh 1 (ປຸກລະດົມການເສັງພາບຖ່າຍສິລະປະທ່ອງທ່ຽວທົ່ວປະເທດຄັ້ງທີ 8 “ຂ້າພະເຈົ້າຮັກຫວຽດນາມ”)

ດ້ວຍການສົມທົບ ແລະ ອຸປະຖຳຂອງສະມາຄົມນັກສິລະປິນຖ່າຍຮູບຫວຽດນາມ. ການເສັງຖືກດຳເນີນແຕ່ເດືອນ ມັງກອນ ຫາເດືອນ ມິຖຸນາ 2018.

        ການເສັງແມ່ນການເຄື່ອນໄຫວສຳຄັນ ເພື່ອແນໃສ່ເພີ່ມຂໍ້ມູນໃຫ້ສາງວັດຖຸພັນເອກະສານພາບຖ່າຍ ຮັບໃຊ້ບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວຫວຽດນາມ. ຈຸດໃໝ່ຂອງການເສັງພາບຖ່າຍປີນີ້ແມ່ນບັນດານັກຖ່າຍຮູບຈະສົ່ງພາບຖ່າຍຜ່ານແວັບໄຊ http://www.anhnghethuatdulich.com.  ນີ້ແມ່ນຄັ້ງທຳອິດຄະນະຈັດຕັ້ງຮັບເອົາພາບຖ່າຍເຂົ້າຮ່ວມການເສັງດ້ວຍລະບົບດີຈີຕອນ.

        ພີທີມອບລາງວັນ ແລະ ງານວາງສະແດງພາບຖ່າຍ ຄາດວ່າຈະຈັດຂຶ້ນໃນຕົ້ນເດືອນ ກໍລະກົດ 2018. ຄະນະຈັດຕັ້ງຈະມອບລາງວັນທີ 1 ໜຶ່ງລາງວັນ, ລາງວັນທີ 2 ສອງລາງວັນ, ລາງວັນທີ 3 ສາມລາງວັນ, ລາງວັນຊົມເຊີຍ 5 ລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ