ປຸກລະດົມຂໍ້ລິເລີ່ມ ປ້ອງກັນ, ຕ້ານການສໍ້ລາດ ບັງຫຼວງຫວຽດນາມ ປີ 2014
ການປະຊຸມຂ່າວປຸກລະດົມຂໍ້ລິເລີ່ມປ້ອງກັນ, ຕ້ານການສໍ້ລາດບັງຫຼວງຫວຽດນາມ ປີ 2014
(ພາບ: vietnamnet.vn)
(vovworld) - ໂດຍປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຮອດປີ 2020, ຕອນເຊົ້າວັນທີ 09/12, ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານໄດ້ສົມທົບກັບທະນາຄານໂລກ ຈັດຕັ້ງການປະຊຸມຂ່າວປຸກລະດົມຂໍ້ລິເລີ່ມປ້ອງກັນ, ຕ້ານການສໍ້ລາດບັງຫຼວງຫວຽດນາມ ປີ 2014. ໂຄງການຂໍ້ລິເລີ່ມປ້ອງກັນ, ຕ້ານການສໍ້ລາດບັງຫຼວງຫວຽດນາມ (VACI) ປີ 2014 ມຸ່ງໄປເຖິງຫົວຂໍ້ “ເພີ່ມທະວີລັກສະນະກະຈ່າງແຈ້ງ, ຄວາມທ່ຽງທຳ ແລະ ໜ້າທີ່ຮັບຜິດຊອບຕໍ່ການອະພິປາຍ”. ໂຄງການເຊິ່ງລວມມີ 2 ເນື້ອໃນຄື: ປຸກລະດົມການແຂ່ງຂັນປະດິດຄິດສ້າງ ແລະ ແລກປ່ຽນຄວາມຮູ້, ເວທີປາໄສນະໂຍບາຍ. ຜ່ານການແຂ່ງຂັນປະດິດຄິດສ້າງ, ໂຄງການປາດຖະໜາຢາກຊອກຫາບັນດາແຜນຮ່າງໃໝ່, ມີຫົວຄິດປະດິດສ້າງ, ຂໍ້ລິເລີ່ມ, ຮູບແບບມີປະສິດທິຜົນ ມີຄວາມສາມດບົມຊ້ອນພັດທະນາຢູ່ຂັ້ນທ້ອງຖິ່ນ, ຜ່ານນັ້ນທະວີຄູນອອກສູ່ວົງຄະນະຍາດ. ທ່ານຮອງຫົວໜ້າອົງການກວດສອບລັດຖະບານຫວຽດນາມ ຫງວຽນວັນແທງ ໃຫ້ຮູ້ວ່າ.
“ໂຄງການຂໍ້ລິເລີ່ມປ້ອງກັນ, ຕ້ານການສໍ້ລາດບັງຫຼວງຫວຽດນາມ ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງອົງການກວດກາລັດຖະບານເວົ້າສະເພາະ, ກໍ່ຄືຫວຽດນາມ ເວົ້າລວມ ເພື່ອຊອກຫາວິທີສະກັດກັ້ນການສໍ້ລາດບັງຫຼວງ, ສົ່ງເສີມການເຂົ້າຮ່ວມຈາກປະຊາຊົນທຸກຊັ້ນວັນນະໃນສັງຄົມທີ່ມີຕໍ່ກິດຈະການທີ່ຫຍຸ້ງຍາກ ແລະ ສັບສົນດັ່ງກ່າວ. ພວກເຮົາສາມາດມີພື້ນຖານເພື່ອມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງປະຊາຄົມ, ເພື່ອນມິດສາກົນ, ຫວຽດນາມ ສາມາດຫຼຸດພົ້ນອອກຈາກສະພາບວິກິດການກ່ຽວກັບການສໍ້ລາດບັງຫຼວງຄືປະຈຸບັນ”.