ປຶກສາຫາລືກົດໝາຍວ່າດ້ວຍປະກັນສຸຂະພາບ(ສະບັບປັບປຸງ):ເພີ່ມອັດຕາຜູ້ຊື້ບັດປະກັນສຸຂະພາບຂຶ້ນ
ພາບປະກອບ
(vovworld) – ໃນວາລະປຶກສາຫາລືຕອນເຊົ້າວັນທີ 22/5, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 13, ບັນດາ ສສຊ ຖືວ່າ: ຮ່າງກົດໝາຍໄດ້ເພີ່ມເຕີມຫຼາຍກຸ່ມເປົ້າໝາຍທີ່ໄດ້ຊົມໃຊ້ 100% ຄ່າກວດ, ປິນປົວພະຍາດ, ໃນນັ້ນມີເດັກອາຍຸຕຳກ່ວາ 6 ປີ. ນີ້ກໍ່ແມ່ນຂໍ້ກຳນົດທີ່ເໝາະສົມ ແລະ ສະແດງໃຫ້ເຫັນລັກສະນະດີເລີດຂອງນະໂຍບາຍສຳລັບເດັກອາຍຸຕຳກ່ວາ 6 ປີ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການປົກປັກຮັກສາ, ເບິ່ງແຍງດູແລ ແລະ ສຶກສາເດັກ. ນອກນັ້ນ, ຕາມບັນດາ ສສຊ ແລ້ວ, ຮ່າງກົດໝາຍຕ້ອງເພີ່ມເຕີມບາງກຸ່ມເປົ້າໝາຍທີ່ໄດ້ຊົມໃຊ້ປະກັນສຸຂະພາບຈາກລັດ. ທ່ານນາງ ໂງທິມິງ, ສສຊ ແຂວງ ກວາງນິງ, ສະເໜີວ່າ:
“ຂ້າພະເຈົ້າສະເໜີໃຫ້ເພີ່ມເຕີມ 3 ກຸ່ມເປົ້າໝາຍດັ່ງຕໍ່ໄປນີ້: ທີ່ໜຶ່ງແມ່ນ: ກຸ່ມເປົ້າໝາຍພວມດຳລົງຊີວິດຢູ່ບັນດາຕະແສງໝູ່ເກາະທີ່ບໍ່ຂຶ້ນກັບກຸ່ມເປົ້າໝາຍທີ່ໄດ້ກຳນົດ. ທີ່ 2 ແມ່ນເປົ້າໝາຍມີອາຍຸແຕ່ 75 – 79 ປີທີ່ບໍ່ມີການອຸດໜູນຈາກສັງຄົມ. ທີ 3 ແມ່ນກຸ່ມເປົ້າໝາຍແມ່ນຜູ້ປະສົບເຄາະຮ້າຍຈາດທາດຜິດສີສົ້ມ/ດີໂອຊິນ.”
ປະຈຸບັນ, ຫວຽດນາມ ພວມສູ້ຊົນເພື່ອບັນລຸໃຫ້ໄດ້ຄາດໝາຍເຖິງປີ 2020 ຈະມີກ່ວາ 80% ຈຳນວນພົນລະເມືອງນຳໃຊ້ບັດປະກັນສຸຂະພາບ.