ປິດກອງປະຊຸມສະໄໝສາມັນຄັ້ງທີ 47 ຄະນະປະຈຳສະພາແຫ່ງຊາດຊຸດທີ 14
(VOVWORLD) -ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາອົງການຂອງສະພາແຫ່ງຊາດຕ້ອງສົມທົບກັບບັນດາອົງການຂອງລັດຖະບານ, ບັນດາອົງການກ່ຽວຂ້ອງ ສືບຕໍ່ປະກອບເນື້ອໃນ ເຊິ່ງຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃຫ້ສົມບູນແບບ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນສະຫຼຸບກອງປະຊຸມ (ພາບ: cand.com.vn) |
ຕອນບ່າຍວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປິດກອງປະຊຸມສະໄໝສາມັນເທື່ອທີ 47 ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ. ກ່າວຄຳເຫັນປິດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາອົງການຂອງສະພາແຫ່ງຊາດຕ້ອງສົມທົບກັບບັນດາອົງການຂອງລັດຖະບານ, ບັນດາອົງການກ່ຽວຂ້ອງ ສືບຕໍ່ປະກອບເນື້ອໃນ ເຊິ່ງຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃຫ້ສົມບູນແບບ. ເນື້ອໃນໃດທີ່ມີເງື່ອນໄຂຄົບຖ້ວນຈະໄດ້ກະກຽມເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ, ເນື້ອໃນໃດທີ່ຍັງບໍ່ສົມບູນແບບນັ້ນ ແມ່ນຕ້ອງພະຍາຍາມຊຸກຍູ້, ບໍ່ປະໃຫ້ໂລກລະບາດໂຄວິດ - 19 ກໍ່ຜົນສະທ້ອນຕໍ່ຄວາມຄືບໜ້າຂອງວຽກງານ./.