ປີທ່ອງທ່ຽວແຫ່ງຊາດ 2013 ດ້ວຍຫົວຂໍ້ວ່າ “ອະລິຍະທຳແມ່ນ້ຳແດງ”

ປີທ່ອງທ່ຽວແຫ່ງຊາດ 2013 ດ້ວຍຫົວຂໍ້ວ່າ “ອະລິຍະທຳແມ່ນ້ຳແດງ” - ảnh 1
ປີ​ທ່ອງ​ທ່ຽວແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເໜືອ​ພາກ​ກາງ
(ພາບ: dangcongsan.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 15/12, ຢູ່​ແຂວງ ​ເທື່ອ​ທຽນເຫ໋ວ, ກະຊວງ​ວັດທະນະທຳ​, ກິລາ ​ແລະ​ ທ່ອງ​ທ່ຽວ​ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ເທື່ອ​ທຽນເຫ໋ວ ຈັດ​ພິທີອັດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເໜືອ​ພາກ​ກາງ ​ເຫ໋ວ 2012. ປີ​ທ່ອງ​ທ່ຽວແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເໜືອ​ພາກ​ກາງ ​ເຫ໋ວ 2012 ມີ​ຫົວ​ຂໍ້​ວ່າ “ທ່​ອງ​ທ່ຽວ​ມໍ​ລະດົກ” ​ເຊິ່ງດຳ​ເນີນ​ໄປ​ຢູ່​ແຂວງ ເທື່ອ​ທຽນເຫ໋ວ ​ແລະ ບັນດາທ້ອງ​ຖິ່ນ​ທາງ​ທິດ​ເໜືອ​ພາກ​ກາງ ​ໃນ​ປີ 2012 ດ້ວຍ​ 30 ​ລາຍການ, ການ​ເຄື່ອນ​ໄຫວລະ​ດັບ​ຊາດ ​ແລະ ສາກົນ. ບັນດາ​ລາຍການ​ທີ່​ດີ​ເດັ່ນ: ນັກທຸລະກິດ​ຫວຽດນາມ ກັບ​ວັດທະນະ​ທຳ, ມໍລະດົກ​​ແຫ່ງ​ຊາດ​ຄັ້ງ​ທີ່ 1; ງານບູນ​ໂຄມ​ໄຟ​ເຫ໋ວ; Festival ​ເຫ໋ວປີ 2012… ກ່າວ​ຄຳ​ເຫັນ​ທີ່​ພິທີ່​ອັດ, ທ່ານ​ລັດຖະມົນຕີກະຊວງ​ວັດທະນະທຳ​, ກິລາ ​ແລະ​ ທ່ອງ​ທ່ຽວ ຮ່ວາງ​ຕ໋ວນ​ແອ​ງ ຢືນຢັນ​ວ່າ: ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2012 ​ໄດ້​ກາຍ​ເປັນຈຸດ​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ການທ່ອງທ່ຽວ​ຂອງ​ທົ່ວ​ປະ​ເທດ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ​ເຂົ້າ​ໃນ​ຜົນງານ​ຂອງ​ຂະ​ແໜງທ່ອງ​ທ່ຽວ​ຫວຽດນາມ ປີ 2012, ທ່ານ ຮ່ວາງ​ຕ໋ວນ​ແອ​ງ ກ່າວ​ວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ແຂວງ ເທື່ອ​ທຽນເຫ໋ວ ​ແລະ ບັນດາ​ແຂວງທາງ​ທິດເໜືອພາກ​ກາງ ຕ້ອງ​ຍູ້​​ແຮງ​ການ​ຮ່ວມ​ມື, ສ້າງ​ແຫຼ່ງກຳລັງ​​ແຮງ​ສັງ​ລວມ, ​ເສີມ​ຂະຫຍາຍ​ທ່າ​ແຮງ ​ປຽບທຽບ, ບົດຮຽນ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ ​ເພື່ອ​ສ້າງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ມີ​ທ່າ​ແກ່ງ​ແຍ້​ງສູງ. ຍາດ​ແຍງການ​ໜູນ​ຊ່ວຍ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ທ່ອງ​ທ່ຽວ​ແຕ່​ລະ​ກ້າວ, ນຳ​ເຫ໋ວ ​ແລະ ບັນດາ​ທ້ອງ​ຖິ່ນ​ທາງ​ພາກ​ກາງ ​ໃຫ້​ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ຂອງ​ທົ່ວ​ປະ​ເທດ”.

ຂ່າວ/ບົດ​ອື່ນ