ປີທ່ອງທ່ຽວແຫ່ງຊາດ 2017 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 11/02 ຢູ່ລາວກາຍ
ປີທ່ອງທ່ຽວແຫ່ງຊາດ 2017 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 11/02 ຢູ່ລາວກາຍ
(ພາບປະກອບ: vtv.vn)
(vovworld) - ຕອນຄ່ຳວັນທີ 11/02, ຢູ່ແຂວງ ລາວກາຍ ໄດ້ດຳເນີນພິທີໄຂປີທ່ອງທ່ຽວແຫ່ງຊາດ 2017. ດ້ວຍບົດບາດເປັນເຈົ້າພາບ, ແຂວງລາວກາຍ ໄດ້ຈັດບັນດາເຫດການຢ່າງລຽນຕິດ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງປະຊາຄົມຊົນເຜົ່າຢູ່ແຂວງລາວກາຍ ໃນປີທ່ອງທ່ຽວແຫ່ງຊາດ 2017 . ໃນນັ້ນສິ່ງທີ່ໜ້າສົນໃຈນັ້ນແມ່ນບັນດາງານບຸນ 4 ລະດູ ລວມມີ: ງານບຸນລະດູບານໃໝ່ວິຫານ ເທື້ອງ, ງານບຸນລະດູແລ້ງ ຊາປາ, ລາຍການຂີີ່ມ້າຢູ່ເຂດພູພຽງບັ໋ກຮ່າ, ງານບຸນລະດູບານໃໝ່ຢູ່ ອິຕິ໋ (ບ໋າດຊ໋າດ), ງານບຸນລະດູໜາວຢູ່ຊາປາ. ຄຽງຂ້າງນັ້ນ, ບັນດາການເຄື່ອນໄຫວກິລາສາກົນກໍ່ຈະໄດ້ຮັບການຈັດຕັ້ງຄືການແຂ່ງຂັນຖີບລົດຖິບ, ລາງວັນແລ່ນ ແລະ ລານຜ່ານພູ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 11/02, ແຂວງ ລາວກາຍ ໄດ້ໄຂງານບຸນລະດູບານໃໝ່ວິຫານ ເທື້ອງ 2017; ພ້ອມທັງປະກາດຂໍ້ຕົກລົງຮັບຮອງ ງານບຸນວິຫານ ເທື້ອງ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງແຫ່ງຊາດ.