ປີທ່ອງທ່ຽວແຫ່ງຊາດ2018:ໄຂສັບປະດາວັດທະນະທຳ,ກິລາບັນດາເຜົ່າຢູ່ເຂດຕາເວັນອອກສ່ຽງເຫນືອຄັ້ງທີ2

(VOVWORLD) -ຕອນຄ່ຳວັນທີ 12 ຕຸລາ, ສັບປະດາວັດທະນະທຳ ກິລາ ບັນດາເຜົ່າຢູ່ເຂດຕາເວັນອອກສ່ຽງເຫນືອ ແຂວງ ກວ໋າງນີງ ຄັ້ງທີ 2 ປີ 2018 ໄດ້ໄຂຂຶ້ນ ຢູ່ ເມືອງ ຕຽນອຽນ. 

ເຂົ້າຮ່ວມພິທີ ມີນັກສະແດງ, ນັກກິລາປະມານ 1.500 ຄົນ ທີ່ມາຈາກບັນດາເມືອງ, ເທດສະບານ, ນະຄອນ ຢູ່ ພາຍໃນ ແລະ ຕ່າງແຂວງ ແລະ ມະຫາວິທະຍາໄລ ຮ້າລອງ. ນີ້ແມ່ນການເຄື່ອນໄຫວເຊີດຊູສີສັນວັດທະນະທຳບັນດາເຜົ່າຢູ່ເຂດຕາເວັນອອກສ່ຽງເຫນືອ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນດ້ານວັດທະນະທຳພື້ນເມືອງ ແລະ ກິລາກາຍະກຳພື້ນເມືອງຂອງບັນດາເຜົ່າ, ສ້າງການຮ່ວມສຳພັນບັນດາການເຄື່ອນໄຫວປີທ່ອງທ່ຽວແຫ່ງຊາດ 2018 ຢູ່ ແຂວງ ກວ໋າງນີງ, ປະກອບສ່ວນໂຄສະນາພາບພົດ, ເຂດດິນແດນ, ຊາວຊົນເຜົ່າ ແລະ ສີສັນວັດທະນະທຳ, ຜະລິດຕະພັນການທ່ອງທ່ຽວ, ການບໍລິການຢູ່ເຂດຕາເວັນອອກສ່ຽງເຫນືອ ແຂວງ ກວ໋າງນີງ ອັນໄດ້ດຶງດູດນັກທ່ອງທ່ຽວຢູ່ພາຍໃນແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ, ສ້າງການພັດທະນາການທ່ອງທ່ຽວ, ກໍ່ສ້າງເມືອງ ຕຽນອຽນໃຫ້ກາຍເປັນສູນວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າຢູ່ເຂດຕາເວັນອອກສ່ຽງເຫນືອ.

ຕອບກັບ

ຂ່າວ/ບົດ​ອື່ນ