ກອງປະຊຸມສະໄຫມສະມັນເທື່ອທີ 10 ສະພາແຫ່ງຊາດ
ພາບ:doisongphapluat
|
(vovworld)- ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ (ສະບັບປັບປຸງ) ແມ່ນເນື້ອໃນຕົ້ນຕໍ ໂດຍບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລື ໃນຕອນເຊົ້າວັນທີ 27/10 ທີ່ກອງປະຊຸມສະໄຫມສະມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມຊຸດທີ 13. ການດຳເນີນຄະດີ ບໍລິຫານ ສ່ວນຫລາຍແມ່ນການຮ້ອງຟ້ອງຂອງປະຊາຊົນ ດ້ວຍບັນດາຄຳຕັດສິນບໍລິຫານ, ການກະທຳບໍລິຫານຂອງບັນດາອົງການສິດອຳນາດ, ສະນັ້ນ ຄວນປ່ຽນແປງລະບຽບການແກ້ໄຂບັນດາການຟ້ອງຮ້ອງບໍລິຫານຢູ່ສານຢ່່າງແຮງ.
ສະມາຊິກສະພາແຫ່ງຊາດ ສ່ວນຫລາຍຖືວ່າ: ການປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ ຕ້ອງສ້າງເງື່ອນໄຂສະດວກໃຫ້ປະຊາຊົນເຂົ້າຮ່ວມການດຳເນີນຄະດີ, ຮັບປະກັນພາວະວິໄສ, ຄວາມສະເຫມີພາບລະຫວ່າງ ພົນລະເມືອງ ແລະ ອົງການສິດອຳນາດຕໍ່ຫນ້າສານ. ທ່ານ ເຈີນຢູລີກ, ສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈິມີນ ປະກອບຄຳເຫັນວ່າ:
“ຂ້າພະເຈົ້າຖືວ່າ ລະບຽບການດຳເນີນຄະດີ ຕ້ອງຍຸຕິທຳ, ໝາຍຄວາມວ່າ ປະຊາຊົນ ແລະ ລັດ ລ້ວນແຕ່ຢູ່ໃນທີ່ຕັ້ງດ້ານນິຕິກຳເມື່ອດຳເນີນຄະດີຕ້ອງສະເຫມີກັນ. ກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ ສະບັບປັບປຸງຄັ້ງນີ້ ຕ້ອງຄົບຊຸດກັບ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປັບປຸງ. ໝາຍຄວາມວ່າ ສານບໍ່ໄດ້ປະຕິເສດການຟ້ອງຮອງຂອງປະຊາຊົນໃນບັນຫາພິພາກສາ.”