ປັບປຸງກົດໝາຍວ່າດ້ວຍທີ່ດິນເພື່ອແນໃສ່ແກ້ໄຂບັນຫາບໍ່ທ່ວງທັນໃນສະຖານະການໃໝ່

(VOVWORLD) -ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).
ປັບປຸງກົດໝາຍວ່າດ້ວຍທີ່ດິນເພື່ອແນໃສ່ແກ້ໄຂບັນຫາບໍ່ທ່ວງທັນໃນສະຖານະການໃໝ່ - ảnh 1ສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມ
(ພາບ: quochoi.vn)

       ວັນທີ 14 ພະຈິກ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ຫຼາຍຄຳເຫັນຂອງ ສສຊ ໄດ້ເນັ້ນໜັກວ່າ ຮ່າງກົດໝາຍສະບັບປັບປຸງ ຕ້ອງໄດ້ກຳນົດລະອຽດກວ່າ ກ່ຽວກັບການຖອນຄືນທີ່ດິນ ແລະ ປະເມີນລາຄາທີ່ດິນ; ຢືນຢັນຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍທີ່ດິນ ເພື່ອແກ້ໄຂບັນຫາບໍ່ທ່ວງທັນໃນຂົງເຂດທີ່ດິນ ໃນສະພາບການປະຈຸບັນ. ເຖິງວ່າ ດ້ວຍວຽກງານການຖອນຄືນທີ່ດິນ, ລັດຕ້ອງຮັບປະກັນສິດ ແລະ ພັນທະຖືກຕ້ອງຕາມກົດໝາຍຂອງສາມຝ່າຍຄື ລັດ, ປະຊາຊົນ ແລະ ວິສາຫະກິດ.

ໃນວັນດຽວກັນ, ສະພາແຫ່ງຊາດ ຫວຽດນາມ ໄດ້ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ), ກົດໝາຍວ່າດ້ວຍນ້ຳມັນເຊື້ອໄຟ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ