ປັບປຸງກົດໝາຍວ່າດ້ວຍສື່ມວນຊົນແນໃສ່ຫັນລັດຖະທຳມະນູນປີ2013ເປັນລະອຽດ
(ພາບປະກອບ)
(vovworld) – ເລື່ອງປັບປຸງກົດໝາຍວ່າດ້ວຍສື່ມວນຊົນ ເພື່ອແນໃສ່ຫັນເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013 ເປັນລະອຽດ, ພ້ອມທັງສ້າງກອບກົດໝາຍເພື່ອໃຫ້ສື່ມວນຊົນພັດທະນາຢ່າງປອດໃສ, ມີປະສິດທິຜົນ ແລະ ຖືກທິດ, ຖືກກົດໝາຍ. ນັ້ນແມ່ນຄຳເຫັນຂອງສະມາຊິກສະພາແຫ່ງຊາດສ່ວນຫລາຍ ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ໃນຕອນເຊົ້າວັນທີ 26/11 ຢູ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13. ຈຸດໃໝ່ຂອງຮ່າງກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ເມື່ອທຽບໃສ່ກັບກົດໝາຍວ່າດ້ວຍສື່ມວນຊົນທີ່ໄດ້ປະກາດໃຊ້ໃນປະຈຸບັນ ແມ່ນເພີ່ມເຕີມຕື່ມອີກ 1 ພາກກ່ຽວກັບສິດເສລີໃນການເຄື່ອນໄຫວສື່ມວນຊົນ, ສິດເສລີໃນການສະແດງແນວຄິດໃນສື່ມວນຊົນ. ທ່ານ ຫງວຽນງ້ອກເຟືອງ ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງບິ່ງ ຖືວ່າ:
“ກົດໝາຍວ່າດ້ວຍສື່ມວນຊົນຄັ້ງນີ້ ໄດ້ຮັບການຜັນຂະຫຍາຍຕາມເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013. ນັ້ນແມ່ນເປີດກ້ວາງສິດປະຊາທິປະໄຕ, ສິດເສລີ, ສິດເປັນເຈົ້າ ແລະ ກໍເພີ່ມທະວີບົດບາດຄວາມຮັບຜິດຊອບຂອງສື່ມວນຊົນສຳລັບສັງຄົມ. ກົດໝາຍວ່າດ້ວຍສື່ມວນຊົນໄດ້ມີການປັບປຸງສຳຄັນທີ່ສຸດ. ພິເສດ ໃນກົດໝາຍວ່າດ້ວຍສື່ມວນຊົນຄັ້ງນີ້ ໄດ້ບູລະນະກົງຈັກການຈັດຕັ້ງ ແລະ ບົດບາດໜ້າທີ່ຂອງສື່ມວນຊົນ”.
ກົດໝາຍວ່າດ້ວຍສື່ມວນຊົນຄັ້ງນີ້ ໄດ້ຮັບການປັບປຸງຕາມທິດເພີ່ມທະວີການຊີ້ນຳນຳພາ, ຄຸ້ມຄອງຂອງພັກ, ລັດ ຕາມທິດນຳພັດທະນາຕິດພັນກັບການຄຸ້ມຄອງ. ບັນດາສະມາຊິກສະພາແຫ່ງຊາດໃສ່ໃຈເຖິງຄວາມເສລີໃນການສະແດງແນວຄິດ, ຄວາມເສລີໃນການເຄື່ອນໄຫວສື່ມວນຊົນ ແຕ່ຕ້ອງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ. ບໍ່ມີສິດນຳໃຊ້ ຫລື ສວຍໃຊ້ສິດດັ່ງກ່າວ ເພື່ອສົ່ງຜົນຮ້າຍເຖິງປະເທດຊາດ ແລະ ຜົນປະໂຫຍດຂອງຜູ້ອື່ນ.