ກອງປະຊຸມສຳມະນາສຳຫລວດລະດັບເພິ່ງພໍໃຈຂອງອົງການ, ພົນລະເມືອງ
ເພື່ອແນໃສ່ປັບປຸງການສະໜອງການບໍລິການຂອງລັດຢູ່ ຫວຽດນາມ
(ພາບ: nhandan.com.vn)
(vovworld) – ຕອນເຊົ້າວັນທີ 27/8, ຢູ່ນະຄອນ ດ່າໜັງ, ທະນາຄານໂລກປະຈຳ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຈັດຕັ້ງກອງປະຊຸມສຳມະນາສຳຫລວດລະດັບເພິ່ງພໍໃຈຂອງອົງການ, ພົນລະເມືອງ ເພື່ອແນໃສ່ປັບປຸງການສະໜອງການບໍລິການຂອງລັດຢູ່ ຫວຽດນາມ ໂດຍທະນາຄານໂລກໜູນຊ່ວຍປະຕິບັດຢູ່ 4 ແຂວງລວມມີ: ບິ່ງດິ້ງ, ແທງຮ໋ວາ, ຟູ໋ທໍ້ ແລະ ຫວີງຟຸກ ໃນ 2 ປີ 2014 ແລະ 2015. ບັນດາຜູ້ແທນຖືວ່າ: ເລື່ອງຈັດຕັ້ງການສຳຫລວດລະດັບເພິ່ງພໍໃຈຂອງອົງການ, ພົນລະເມືອງກ່ຽວກັບການສະໜອງການບໍລິການຂອງລັດຢູ່ ຫວຽດນາມ ໃນໄລຍະຜ່ານມາ ໄດ້ສະໜອງແຫຼ່ງຂໍ້ມູນຂ່າວໃໝ່ ຊ່ວຍໃຫ້ອຳນາດການປົກຄອງທຸກຂັ້ນຍົກອອກບັນດາມາດຕະການຍົກສູງຄຸນນະພາບການສະໜອງການບໍລິການຂອງລັດ. ພ້ອມທັງ, ສ້າງພື້ນຖານເພື່ອປະຕິບັດບັນດາການຄົ້ນຄວ້າຄ້າຍຄືກັນໃນອະນາຄົດ. ບັນດາການສຳຫລວດໃນໄລຍະຜ່ານມາໄດ້ດຳເນີນຢູ່ຂົງເຂດຕ່າງໆຄື: ການອອກໜັງສືຢັ້ງຢືນສິດນຳໃຊ້ທີ່ດິນ ແລະ ສິດໂອນທີ່ດິນ, ການອອກໜັງສືອະນຸຍາດດຳເນີນທຸລະກິດ, ກໍ່ສ້າງ, ບັນດາການບໍລິການການແພດ.