(ທ່ານພົນໂທ ຫງວຽນຈີ໋ວີ້ງ ລັດຖະມົນຕີຊ່ວຍວ່າ
ການກະຊວງປ້ອງກັນປະເທດ ຫວຽດນາມ)
(vovworld) - ລາຍການພົບປະແລກປ່ຽນມິດຕະພາບລະຫວ່າງກຳລັງປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 3 ຖືກດຳເນີນໃນລະຫວ່າງວັນທີ 28 – 31/03/2016 ຢູ່ແຂວງ ລ້າງເຊີນ (ຫວຽດນາມ) ແລະ ແຂວງ ກວາງຊີ (ຈີນ). ລາຍການໄດ້ຮັບການຕີລາຄາວ່າ ມີທີ່ຕັ້ງສຳຄັນພິເສດໃນບັນດາເນື້ອໃນຮ່ວມມືປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຈີນ.
ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານພົນໂທ ຫງວຽນຈີ໋ວີ້ງ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ຫວຽດນາມ ຢືນຢັນວ່າ: ການຮ່ວມມືດ້ານປ້ອງກັນຊາດແມ່ນຂົງເຂດສຳຄັນທີ່ສຸດໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເພື່ອແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ ບົນພື້ນຖານນັ້ນ ພັດທະນາບັນດາການພົວພັນອື່ນ. ທ່ານພົນໂທ ຫງວຽນຈີ໋ວີ້ງ ໃຫ້ຮູ້ວ່າ:
“ການພົບປະແລກປ່ຽນປ້ອງລະຫວ່າງກຳລັງກັນຊາດຊາຍແດນມີທີ່ຕັ້ງສຳຄັນພິເສດໃນບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຈີນ. 2 ຝ່າຍໄດ້ມີບັນດາການເຄື່ອນໄຫວຢ່າງແທດຈິງ, ມີເນື້ອໃນແລກປ່ຽນຢ່າງກົງໄປກົງມາທີ່ສຸດ ທັງແມ່ນການປັບປຸງປ້ອງກັນຄວາມສະຫງົບປອດໄພຢູ່ເຂດຊາຍແດນ ທັງແມ່ນການເຄື່ອນໄຫວຮ່ວມມື ເພື່ອຊ່ວຍໃຫ້ປະຊາຊົນຢູ່ເຂດຊາຍແດນມີເງື່ອນໄຂດີກ່ວາ ເພື່ອພັດທະນາເສດຖະກິດ - ສັງຄົມ ແລະ ເພີ່ມທະວີການພົບປະແລກປ່ຽນ”.
ເນັ້ນໜັກເຖິງບັນດາໝາກຜົນທີ່ບັນລຸໄດ້ພາຍຫລັງເຂົ້າຮ່ວມການພົບປະແລກປ່ຽນ 3 ຄັ້ງ, ທ່ານ ຫງວຽນຈີ໋ວີ້ງ ຖືວ່າ:
“ກ່ອນອື່ນໝົດ ການຮ່ວມມືປ້ອງກັນຊາດແມ່ນມີລັກສະນະເປັນສັນຍາລັກ, ແຕ່ຖ້າຫາກພຽງແຕ່ເປັນສັນຍາລັກ ຊຶ່ງເທົ່ານັ້ນ ນັ້ນຈະບໍ່ໝັ້ນຄົງ. ບໍ່ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ສະນັ້ນ ຫວຽດນາມ ແລະ ຈີນ ຕ້ອງພະຍາຍາມມີການຮ່ວມມືຢ່າງແທ້ຈິງ ແລະ ການພົບປະແລກປ່ຽນກຳລັງປ້ອງກັນຊາດຊາຍແດນແມ່ນເນື້ອໃນຮ່ວມມືແທດຈິງທີ່ສຸດ.
ການພົບປະແລກປ່ຽນມິດຕະພາບລະຫວ່າງກຳລັງປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ປີ 2016 ມີການເຂົ້າຮ່ວມຂອງບັນດາພະນັກງານຜູ້ບັນຊາການສູງສຸດຂອງກອງທັບ 2 ປະເທດຄືລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ບັນດາລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ.