ປະກາດວັນວິທະຍາສາດ ແລະ ເຕັກໂນ ໂລຊີຫວຽດນາມ 18/05

ປະກາດວັນວິທະຍາສາດ ແລະ ເຕັກໂນ ໂລຊີຫວຽດນາມ 18/05 - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ເຂົ້າ​ຮ່ວມ
ພິທີ​ປະກາດວັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ)


(vovworld) - ຕອນ​ເຊົ້າ​ວັນ​ທີ 15/05, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ​ ​ແລະ ກ່າວ​ປາ​ໄສ​ທີ່​ພິທີ​ປະກາດວັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ 18/05. ນີ້​ແມ່ນ​ເຫດການ​ເຊີດ​ຊູບ​ັນດາ​ນັກວິທະຍາສາດ ​ແລະ ຜົນງານ​ທາງ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​​ວ່າ ການ​ປະກອບສ່ວນ​ຂອງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີທີ່​ມີ​ຕໍ່​ການ​ປະຕິວັດ​ຂອງ​ຊາດ​ໃນ​ເມື່ອ​ກ່ອນ, ພາລະກິດ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັ​ດທະ​ນາ​ປະ​ເທດ​ໃນ​ປະຈຸ​ບັນ​ແມ່ນໃຫຍ່​ຫຼວງທີ່​ສຸດ. ທ່ານ​ນາຍົກ​ລັດຖະມົນຕີ ຊີ້​ແຈ້ງວ່າ.

        “ພວກ​ເຮົາ​ພວມ​ດຳລົງ​ຊີວິດ​ຫັນເປັນທັນສະ​ໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ. ປະ​ເທດ​ໃດ​ມີ​ກຳລັງ​ແກ່ງ​ແຍ່ງ​ສູງ ຈະ​ມີ​ບັນດາ​ກາລະ​ໂອກາດ​ເພື່ອ​ບືນ​ຕົວ​ຂຶ້ນ, ພັດທະນາ​ຢ່າງ​ໄວ​ວາ ​ແລະ ໝັ້ນຄົງ. ມະຕິ​ສູນ​ກາງຄັ້ງ​ທີ​ 6, ຊຸດ​ທີ 11 ຂອງ​ພັກ ກ່ຽວ​ກັບ​ການພັ​ດທະ​ນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ພັດທະນາ ​ແລະ ນຳ​ໃຊ້​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ແມ່ນ               ອັນ​ດັບ​ໜຶ່ງ. ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແມ່ນ​​ໄມ້​ງັດ​ໃນ​ວິວັດ​ການ​ສ້າງ​ພື້ນຖານ​ເສດຖະກິດຄືນ​ໃໝ່, ຫັນປ່ຽນຮູບ​ແບບ​ເຕີບ​ໂຕ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ່ງ​ຂອງ​ພື້ນຖານ​ເສດຖະກິດ, ມຸ່ງ​ໄປ​ເຖິງ​ຄາດໝາຍ​ນຳ​ຫວຽດນາມ ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ໂດຍ​ໄວ”.

        ບົນ​ຈິດ​ໃຈ​ດັ່ງກ່າວ, ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ ການ​ເຄື່ອນ​ໄຫວ​ວິທະຍາສາດ ​ແລະ ​​ເຕັກ​ໂນ​ໂລ​ຊີ ​ໃນ​ໄລຍະ​ຈະ​ມາ​ເຖິງ ຄວນ​ສຸມ​ໃສ່​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ 6 ຊຸດ​ທີ 11 ກ່ຽວ​ກັບ​ການ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຢ່າງ​ມີ​ໄຊ. ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ບັນດາ​ໜ້າ​ທີ່​ວິທີ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ​ໃຫ້​ບຸລິມະສິດ​ຮັບ​ໃຊ້​ຈຸດໝາຍ​ຫັນ​​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ