(ພາບປະກອບ)
(vovworld) - ຕອນບ່າຍວັນທີ 12/01 ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນພິທີປະກາດຕາຕະລາງຈັດອັນດັບ Top 500 ວິສາຫະກິດໃຫຍ່ ຫວຽດນາມ ປີ 2015 ນີ້ແມ່ນຄັ້ງທີ 9, ທີ່ຕາຕະລາງຈັດອັນດັບ Top 500 ວິສາຫະກິດໃຫຍ່ສຸດຢູ່ ຫວຽດນາມ ໄດ້ຮັບການປະກາດລວມມີ: ວິສາຫະກິດ ຫວຽດນາມ ແລະ ວິສາຫະກິດຕ່າງປະເທດ. ນຳໜ້າແມ່ນກຸ່ມບໍລິສັດນ້ຳມັນອາຍແກັສ ຫວຽດນາມ. ຖັດຈາກນັ້ນແມ່ນ 4 ວິສາຫະກິດເຊັ່ນ ບໍລິສັດ Samsung Electronics ຫວຽດນາມ ຈຳກັດ, ກຸ່ມບໍລິສັດນ້ຳມັນ - ແອັດຊັງ, ກຸ່ມບໍລິສັດພະລັງງານໄຟຟ້າ ຫວຽດນາມ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ. ການປະກາດເພື່ອແນໃສ່ເຊີດຊູບັນດາວິສາຫະກິດທີ່ມີການປະກອບສ່ວນຫລາຍຢ່າງ ໃຫ້ແກ່ການພັດທະນາ ພື້ນຖານເສດຖະກິດ ຫວຽດນາມ ໃນຊຸມປີຜ່ານມາ. ຕາຕະລາງຈັດອັນດັບໄດ້ຮັບຮູ້ບັນດາໝາກຜົນແຫ່ງການເຄື່ອນໄຫວຂອງບັນດາວິສາຫະກິດຕາມປີການເງິນ ເປັນຕົ້ນແມ່ນ ອີງໃສ່ບັນດາມາດຖານຄື: ລາຍຮັບ, ກຳໄລ, ລະດັບເຕີບໂຕ ແລະ ອິດທິພົນຂອງວິສາຫະກິດ