ປະຊາຄົມຊ່ວຍເຫຼືອ, ໜູນຊ່ວຍເດັກນ້ອຍກ່ຽວກັບສິດສຳຜັດກັບຂໍ້ມູນຂ່າວ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 10/09, ຢູ່ຮ່າໂນ້ຍ, ກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມ, ເຍົາວິຊົນ ຂອງສະພາແຫ່ງຊາດ ແລະ ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ ໄດ້ສົມທົບກັນຈັດຕັ້ງເວທີປາໄສກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງເດັກນ້ອຍໃນກົດໝາຍວ່າດ້ວຍການສຳຜັດກັບຂໍ້ມູນຂ່າວ ແລະ ກົດໝາຍວ່າດ້ວຍສະມາຄົມ. ທີ່ເວທີປາໄສ, ບັນດາຜູ້ແທນຖືວ່າ, ສິດສຳຜັດກັບຂໍ້ມູນຂ່າວແມ່ນໜຶ່ງໃນບັນດາເງື່ອນໄຂທີ່ຈຳເປັນເພື່ອຮັບປະກັນຄວາມເປັນຕາຍຂອງເດັກນ້ອຍ, ພິເສດແມ່ນໃນຂົງເຂດຄືປ້ອງກັນ, ຕ້ານ HIV/AIDS ຫຼື ການຄ້າເດັກນ້ອຍ. ຂໍ້ມູນຂ່າວທີ່ສະໜອງໃຫ້ເດັກນ້ອຍຕ້ອງທັນການ, ເໝາະສົມກັບເກ່ັນອາຍຸ, ຜ່ານດ້ານພາສາ, ພາຫະນະເຊິ່ງເດັກນ້ອຍສາມາດເຂົ້າໃຈໄດ້. ທະນາຍຄວາມ ຫງວຽນຮືງກວາງ, ຫ້ອງການກົດໝາຍ ຫງວຽນຮືງກວາງ ແລະ ຮ່ວມງານ ຖືວ່າ.
“ຕ້ອງກຳນົດວ່າ ເດັກນ້ອຍແມ່ນເຈົ້າຂອງພິເສດຂອງສິດສຳຜັດກັບຂໍ້ມູນຂ່າວ ຕົວຢ່າງຄື ສຳຜັດຂໍ້ມູນຂ່າວແບບໂດຍກົງ ຫຼື ໂດຍທາງອ້ອມຜ່ານຜູ້ຕາງໜ້າ. ທີ 2 ແມ່ນກຳນົດຂອບເຂດຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງເດັກນ້ອຍ, ບັນດາຂໍ້ມູນທີ່ສະໜອງໃຫ້ເດັກນ້ອຍຕ້ອງເໝາະສົມກັບການພັດທະນາ ແລະ ຜົນປະໂຫຍດຂອງເດັກນ້ອຍ. ພວກເຮົາກໍຕ້ອງມີຂໍ້ກຳນົດຫ້າມສະໜອງຂໍ້ມູນຂ່າວທີ່ບໍ່ເໝາະສົມກັບການພັດທະນາຂອງເດັກ”.