(ພາບປະກອບ: phapluatvn.vn)
(vovworld) - ວັນທີ 21/3, ສະຖານທູດຫວຽດນາມ ປະຈຳບາງກອກ-ປະເທດໄທ ໄດ້ຈັດຈັດການໂອ້ລົມສົນທະນາກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໃຫ້ແກ່ປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ໄທ. ນະທີ່ນີ້, ທ່ານນິງວຽດທົງ, ເລຂາທິການສະມາຄົມຊາວຫວຽດນາມ ອາໄສຢູ່ບາງກອກ ສະແດງໃຫ້ເຫັນຄວາມສົນໃຈຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ຕໍ່ເລື່ອງປັບປຸງລັດຖະທຳມະນູນ:
“ພວກຂ້າພະເຈົ້າເຫັນວ່າ ການປັບປຸງລັດຖະທຳມະນູນແມ່ນຕັ້ງໜ້າທີ່ສຸດ, ຕອບສະໜອງໄດ້ຕາມຄວາມຕ້ອງການທຸກດ້ານເພື່ອພັດທະນາປະເທດຊາດ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນທີ່ສຸດຕໍ່ພັກກອມູນິດຫວຽດນາມ ໃນບົດບາດນຳພາ. ການຢັ້ງຢືນບົດບາດນຳພາຂອງພັກກອມມູນິດຫວຽດນາມ ໃນລັດຖະທຳມະນູນແມ່ນຖືກຕ້ອງ, ສອດຄ່ອງກັບປະເທດ ສສ ຫວຽດນາມ ໃນປະຈຸບັນ ແລະ ໃນການເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ ໃນໄລຍະຈະມາເຖິງ“.