ປະຊາຄົມຊາວ ຫວຽດນາມ ອາໄສຢູ່ Algeria
(ພາບ: vietnam+)
(vovworld) - ຕອນຄ່ຳວັນທີ 28/01, ສະຖານທູດ ຫວຽດນາມ ປະຈຳ Algeria ຈັດບຸນເຕັດໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ Algeria. ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູເທຮ້ຽບ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Algeria ເນັ້ນໜັກວ່າ: ຄວາມໝາຍ ແລະ ຄວາມສຳຄັນຂອງວັນບຸນເຕັດສຳລັບຊາວ ຫວຽດນາມ, ພິເສດ ໃນປີນີ້ ບຸນເຕັດຂອງປະຊາຄົມຊາວ ຫວຽດນາມ ຢູ່ Algeria ໄດ້ຈັດຕັ້ງກົງກັບໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ: ພໍ່ແມ່ປະຊາຊົນຊາວ ຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ທຳມາຫາກິນໄດ້ຮັບຜົນດີ, ສຳເລັດພັນທະເປັນພົນລະເມືອງສຳລັບອຳນາດການປົກຄອງປະຈຳຖິ່ນ Algeria, ແມ່ນຂົວເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ ແລະ Algeria.