ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປີກຸນ 2019

(VOVWORLD) -ວັນທີ 25 ມັງກອນ, ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ຈັດພິທີຕ້ອນຮັບບຸນເຕັດປີກຸນ ຢູ່ນະຄອນຫຼວງ ວໍຊິງຕັນ

ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປີກຸນ 2019 - ảnh 1ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ປີກຸນ 2019

(ພາບ: Vietnam+)

ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ອາເມລິກາ, ພ້ອມກັບເພື່ອນມິດອາເມລິກາ ທີ່ມີຄວາມສະໜິດຕິດພັນກັບຫວຽດນາມ ປະມານ 200 ຄົນ. ກ່າວສານອວຍພອນບຸນເຕັດແກ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ແລະ ບັນດາເພື່ອນມິດອາເມລິກາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມງອັກ ຕີລາຄາວ່າ, ໃນປີຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ສືບຕໍ່ມີບັນດາບາດກ້າວໃໝ່, ສ້າງປະຖົມປັດໄຈໃຫ້ປີ 2019 ຟົດຟື້ນກວ່າອີກ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນຫັນການພົວພັນເປັນປົກກະຕິໃນປີ 2020. ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ປາດຖະໜາວ່າ, ພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ອາເມລິກາ ຈະສືບຕໍ່ຮ່ວມແຮງຮ່ວມໃຈສ້າງປະຊາຄົມໃຫ້ນັບມື້ນັບເຂັ້ມແຂງ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນຫວຽດນາມ - ອາເມລິກາ ແລະ ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ.

        ຕອນຄ່ຳວັນທີ 27 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ຈັດພິທີຕ້ອນຮັບບຸນປີໃໝ່ປີກຸນ 2019 ດ້ວຍຫົວຂໍ້ “ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ສາມັກຄີໃນປະຊາຄົມ, ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ”. ເຂົ້າຮ່ວມເຫດການມີພະນັກງານ, ພາລະກອນສະຖານທູດ; ບັນດາອົງການຕາງໜ້າຫວຽດນາມ ປະຈຳລາວ; ຜູ້ຕາງໜ້າວິສາຫະກິດຫວຽດນາມ ພວມລົງທຶນຢູ່ລາວ… ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ ໄດ້ຕີລາຄາສູງນ້ຳໃຈຂອງພໍ່ແມ່ປະຊາຊົນທີ່ມີຕໍ່ປະເທດຊາດໃນປີຜ່ານມາ ແລະ ຫວັງວ່າພໍ່ແມ່ປະຊາຊົນຈະສືບຕໍ່ມີການປະກອບສ່ວນຫຼາຍກວ່າອີກໃຫ້ແກ່ປະເທດຊາດ, ໃຫ້ແກ່ການພັດທະນາຂອງການພົວພັນຮ່ວມມືຫວຽດນາມ - ລາວ.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 26 ມັງກອນ, ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ປີກຸນ 2019. ພິທີຖືກດຳເນີນໃນບັນຍາກາດມ່ອັນເບີກບານວນຊື່ນ ດ້ວຍລາຍການສະແດງສິລະປະໂດຍບັນດານັກສິລະປິນທີ່ມາຈາກຫວຽດນາມ; ບັນດາລູກຫຼານພະນັກງານສະຖານທູດ ແລະ ປະຊາຄົມພ້ອມກັນສະແດງລາຍການສິລະປະອັນອົບອຸ່ນ ດ້ວຍຈິດໃຈຂອງບັນດາລູກຫຼານຊາວຫວຽດນາມ ທີ່ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

ແລະຕອນຄ່ຳວັນທີ 27 ມັງກອນ, ຢູ່ນະຄອນ Tel Aviv, ສະຖານທູດຫວຽດນາມ ແລະ ຄະນະຕິດຕໍ່ພົວພັນຊາວຫວຽດນາມ ປະຈຳອິດສະຣາແອນ ໄດ້ຈັດພີທີຕ້ອນຮັບບຸນເຕັດປະຊາຄົມ ເນື່ອງໃນໂອກາດບຸນປີໃໝ່ປີກຸນ 2019. ທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິດສະຣາແອນ ໂດ້ແມ້ງຮຸ່ງ ໄດ້ອວຍພອນພໍ່ແມ່ພີ່ນ້ອງໃນປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ສົມບູນພູນສຸກ, ມີໂຊກມີໄຊ ແລະ ພິເສດແມ່ນອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ສ້າງປະຊາຄົມຊາວຫວຽດນາມ ອາໄສຢູ່ອິດສະຣາແອນ ໃຫ້ນັບມື້ນັບເຕີບໃຫຍ່, ເຂັ້ມແຂງ.

        ແລະກໍ່ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳອັງກິດ, ສະຖານທູດຫວຽດນາມ ປະຈຳອິນເດຍ ກໍ່ໄດ້ຈັດລາຍການຕ້ອນຮັບບຸນປີໃໝ່ປະຊາຄົມ ເນື່ອງໃນໂອກາດບຸນປີໃໝ່ປີກຸນ 2019 ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ