(vovworld) - ຕອນຄໍ່າວັນທີ 17/02, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ສົມທົບກັບສະມາຄົມຊາວຫວຽດນາມ ປະຈຳຍີ່ປຸ່ນ ຈັດງານພົບປະສັງສັນໃນຕົ້ນລະດູບານໃໝ່ປີມະເສງ 2013 ໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ຍີ່ປຸ່ນ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດ່ວານຊວນຮືງ ໃຫ້ຮູ້ວ່າ ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ໄດ້ຍົກຂຶ້ນສູ່ລະດັບຍຸດທະສາດ, ມີຄວາມໄວ້ເນື້ອເຊື່ອໃຈຊິ່ງກັນ ແລະ ກັນ. 2 ປະເທດໄດ້ເລືອກປີ 2013 ແມ່ນປີມິດຕະພາບຫວຽດນາມ - ຍີ່ປຸ່ນ ດ້ວຍບັນດາເຫດການໃຫຍ່ທີ່ໄດ້ຈັດຕັ້ງຂຶ້ນເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ ຄື ງານບຸນຫວຽດນາມ ຢູ່ ໂຕກຽວ, ງານພົບປະຫວຽດນາມ ຢູ່ Nagoya, ງານວາງສະແດງວັດຖຸບູຮານຂອງຫວຽດນາມ ຢູ່ຫໍພິພິຕະພັນແຫ່ງຊາດ Kyushyu ແລະ ບາງເຫດການໃຫຍ່ຢູ່ Osaka, Fukuoka... ເນື່ອງໃນໂອກາດນີ້, ສະມາຄົມຊາວຫວຽດນາມ ປະຈຳຍີ່ປຸນ ໄດ້ສະເໜີແວບໄຊຂອງສະມາຄົມ. ທ່ານ ຟານຫິວຢີວກ໋ວກ, ຮອງປະທານທັງເປັນເລຂາທິການໃຫຍ່ສະມາຄົມຊາວຫວຽດນາມ ປະຈຳຍີ່ປຸ່ນ ຖືວ່າ ແວບໄຊຈະກາຍເປັນໜຶ່ງໃນບັນດາພາຫະນະຊ່ວຍໃຫ້ປະຊາຄົມຊາວຫວຽດນາມ ຕິດຕໍ່ພົວພັນກັນເປັນປະຈຳ, ຊ່ວຍໃຫ້ການເຄື່ອນໄຫວຂອງສະມາຄົມພັດທະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ.
“ດ້ວຍທິດນການຳເຄື່ອນໄຫວຂອງປະຊາຄົມແມ່ນ ສ້າງປະຊາຄົມຊາວຫວຽດນາມ ປະຈຳຍີ່ປຸ່ນ ໃຫ້ມີຄວາມສາມັກຄີ, ໄດ້ຮັບຜົນສຳເລັດ ແລະ ຍາມໃດກໍອວ່າຍເມືອຫາປະເທດຊາດ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ໃນທົ່ວປະເທດ, ເຮັດແນວໃດເພື່ອໃຫ້ທຸກໆຄົນມີຊ່ອງຕິດຕໍ່ພົວພັນ, ແບ່ງປັນຂໍ້ມູນຂ່າວສານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຊີວິດການເປັນຢູ່ກໍຄືໃນວຽກງານ.”