ປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ ຕ້ອນຮັບບຸນປີໃໝ່ ປະຈຳຊາດ
(ພາບປະກອບ)
(vovworld)- ຕອນຄ່ຳວັນທີ 27/1, ຢູ່ປັກກິງ ປະເທດຈີນ, ສະຖານທູດຫວຽດນາມ ປະຈຳຈີນໄດ້ຈັດງານລ້ຽງທ້າຍປີ, ອວຍພອນລະດູບານໃໝ່, ປີມະເມຍ 2014 ໂດຍມີການເຂົ້າຮ່ວມຂອງ ປຊຊ ຫວຽດນາມ ອາໄສຢູ່ປັກກິງ ເປັນຈຳນວນຫຼາຍ. ທ່ານຫງວຽນວັນເທີ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ໄດ້ແຈ້ງໃຫ້ ປຊຊ ຊາບກ່ຽວກັບສະພາບພົ້ນເດັ່ນຂອງຫວຽດນາມ, ການພົວພັນລະຫວ່າງ ຫວຽດນາມ-ຈີນ ໃນປີຜ່ານມາ ແລະ ບາງການກຳນົດທິດໃຫ່ຍໃນການພົວພັນ ລະຫວ່າງ ຫວຽດນາມ-ຈີນ ໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດຫງວຽນວັນເທີ ຮັບຮູ້ບັນດາການປະກອບສ່ວນອັນຕັ້ງໜ້າຂອງຊາວຫວຽດນາມ ອາໄສຢູ່ຈີນ, ປະຊາຄົມນັກທຸລະກິດ ແລະ ນັກຮຽນນັກສຶກສາຫວຽດນາມ ຢູ່ຈີນ ເຂົ້າໃນວຽກງານຂອງສະຖານທູດເວົ້າສະເພາະ ແລະ ປະເທດຊາດເວົ້າລວມ. ທ່ານເອກອັກຄະລັດຖະທູດຫງວຽນວັນເທີ ຢືນຢັນວ່າ:
“ໃນປີຜ່ານມາ, ອາດເວົ້າໄດ້ວ່າ, ປຊຊ ຊາວຫວຽດນາມ ອາໄສຢູ່ຈີນ ໄດ້ປະກອບສ່ວນສຳຄັນເຂົ້າໃນໄຊຊະນະລວມຂອງປະເທດຊາດ. ເມື່ອປະເທດຊາດ ແລະ ປຊຊ ປະສົບກັບໄພທຳມະຊາດ, ປຊຊ ຫວຽດນາມ ອາໄສຢູ່ຈີນ ໄດ້ຮ່ວມແຮງຮ່ວມໃຈປະກອບສ່ວນທັງອາລົມຈິດຄວາມຮັກແພງ ແລະ ວັດຖຸສິ່ງຂອງໃຫ້ແກ່ບ້ານເກີດເມືອງນອນ ແລະ ປະເທດຊາດ. ຍາມໃດ, ພັກ, ລັດຖະບານກໍ່ໄດ້ເອົາໃຈໃສ່ ແລະ ຕິດຕາມຊີວິດການເປັນຢູ່ຂອງ ປຊຊ ຊາວຫວຽດນາມ ອາໄສຢູ່ຈີນ, ຕີລາຄາສູງການປະກອບສ່ວນຂອງ ປຊຊ ເຂົ້າໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ແລະ ການສ້າງລັດທິສັງຄົມນິຍົມໃນປະຈຸບັນ“./.