(vovworld) – ປະຊາຄົມຊາວ ຫວຽດນາມ ຢູ່ຫຼາຍປະເທດ ໄດ້ ແລະ ພວມ ຈັດຕັ້ງການພົບປະສັງສັນ, ຈັດງານລ້ຽງຍາມຕົ້ນລະດູບານໃໝ່ ປີມະເສງ 2013. ຢູ່ປະເທດລາວ, ໃນຕອນຄຳ່ວັນທີ 17/2, ສະໂມສອນຊາວ ຫວຽດນາມ ອາໄສຢູ່ ແຂວງ ຊຽງແຂວງ ເມື່ອກ່ອນນີ້ໄດ້ຈັດຕັ້ງງານບຸນລະດູບານໃໝ່ໃຫ້ແກ່ປະຊາຊົນຫວຽດນາມ ອາໄສຢູ່ລາວ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຫງວຽນແມ້ງຮູ່ງ ໄດ້ຍ້ອງຍໍຊົມເຊີຍຄວາມພະຍາຍາມຂອງບັນດາສະມາຊິກ ໃນສະໂມສອນ, ພ້ອມທັງອວຍພອນພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ລາວ ມີຄວາມຜາສຸກຕະຫຼອດປີໃໝ່. ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮູ່ງ ສະແດງຄວາມຫວັງ ຢາກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຈະສືບຕໍ່ດຳລົງຊີວິດດ້ວຍຄວາມສາມັກຄີກັນ, ປະຕິບັດຕາມກົດໝາຍຂອງລາວ, ຮັກສາສີສັນວັດທະນະທຳຂອງຊາດ ແລະ ປະກອບສ່ວນເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງ.
ໃນຂະນະນັ້ນ, ຢູ່ນະຄອນຫຼວງ Berlin ປະເທດ ເຢຍລະມັນ, ອຳນາດການປົກຄອງ ເມືອງ Treptow – Koepenick ສົມທົບກັບອົງການ “ໂອ້ລົມສົນທະນາ”, ສະມາຄົມກຸສົນ ຕື່ເຕີມ ຂອງ ຊາວ ຫວຽດນາມ ຈັດຕັ້ງບຸນປີໃໝ່ປີມະເສງ 2013 ໃຫ້ແກ່ປະຊາຊົນຊາວຫວຽດນາມ ຢູ່ເມືອງ Treptow – Koepenick ແລະ ແຂກຄົນ, ເພື່ອນມິດຊາວ ເຢຍລະມັນ ມີການພົວພັນຢ່າງສະໜິດແໜ້ນກັບຊາວ ຫວຽດນາມ.
ຢູ່ປະເທດ ຝຣັ່ງ, ສະມາຄົມຊາວຫວຽດນາມ ຢູ່ ຝຣັ່ງ (ຫຼື UGVF) ໄດ້ຈັດຕັ້ງງານລ້ຽງເປີດສາກບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະເສງ 2013 ໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ນີ້. ພິທີຕ້ອນຮັບປີໃໝ່ໄດ້ຈັດຕັ້ງຢູ່ ສຳນັກງານອົງການວັດທະນະທຳ, ວິທະຍາສາດ ແລະ ການສຶກສາ ສະຫະປະຊາຊາດ (ຫຼື UNESCO) ຢູ່ນະຄອນຫຼວງ ປາຣີ. ຢູ່ນະຄອນ Tours, ທີ່ຫ່າງຈາກນະຄອນຫຼວງ ປາຣີ ໄປທາງທິດໃຕ້ 250 ກມ ກໍ່ໄດ້ຈັດຕັ້ງງານລາຕີຕ້ອນຮັບລະດູບານໃໝ່ປະມະເສງ 2013. ນີ້ແມ່ນໜຶ່ງ ໃນບັນດາການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອທີ່ບໍ່ອາດຂາດໄດ້ໃນຊີວິດວັດທະນະທຳ, ຈິດໃຈຂອງຊາວ ຫວຽດນາມ ຢູ່ນະຄອນ Toers ແລະ Blois.