ປະຊາຄົມວິສາຫະກິດເຊື່ອໝັ້ນສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ

ປະຊາຄົມວິສາຫະກິດເຊື່ອໝັ້ນສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
ພາບ​ປະ​ກອບ

 (vovworld) – ທີ່​ເວ​ທີ​ປ​າ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ​ປະ​ຈຳ​ປີ (VBF) 2014, ວັນ​ທີ 2/12, ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​​ຕໍ່ການ​ກະ​ທຳ​​ອັນຕັ້ງ​ໜ້າ​ຂອງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດຢູ່ ຫວຽດ​ນາມ ກໍ່​ຄື​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ຜ່ານ​ຜ່າ​ການ​ທ້າ​ທາຍ​ຂອງ​ສັນ​ຍາ​ການ​ຄ້າ​ໃໝ່.

        ທ່ານ Gaurav Gupta, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ ອາ​ເມ​ລິ​ກາ (Amcham), ຖື​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຈະ​ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ສ້າ​ງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ແກ່ງ​ແຍ້ງ​ກ່​ວາ, ​ດ້ວຍເລື່ອງ​ຫລຸດ​ຜ່ອນ​ລະ​ບຽບ​ການ​ບໍ​ລິ​ຫານ. ທ່ານ ຫວູ​ຕ໋ຽນ​ໂລກ, ປະ​ທາ​ນ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ, ຕີ​ລາ​ຄາ​ວ່າ:       

        “ບໍ່​ມີ​ຍາ​ມ​ໃດ​ທີ່​ລັດ​ຖະ​ບານ​ເນັ້ນ​ໜັກ ແລະ ຖື​ບົດ​ບາດ​ຂອງ​ພາກ​ເອ​ກະ​ຊົນ​ເປັນ​ສຳ​ຄັນ​ຄື​ໃນ​ປະ​ຈຸ​ບັນ. ພ້ອມ​ກັບ​ເລື່ອງ​ປະ​ຕິ​ບັດ​ສຳ​ເລັດ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະຫຼາ​ດ​ແມ່ນ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ພາກ​ເອ​ກະ​ຊົນ, ພິ​ເສດ​ແມ່ນ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ​ພວມ​ກາຍ​ເປັນ​ການ​ກຳ​ນົດ​ທິດ​ສຳ​ຄັນ​ຂອງ​ການ​ອອກ​ແບບ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ. ໃນ​ໄລ​ຍະ​ຜ່ານ​ມາ, ​ສິ່ງ​ກີດ​ຂວາງ​ກ່ຽວ​ກັບ​ລະ​ບຽບ​ການ​ບໍ​ລິ​ຫານ​ສຳ​ລັບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ແມ່ນ​ໃຫຍ່ຫຼວງ ແລະ ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມຂອງ​ລັດ​ຖະ​ບານ​ໃນ​ການ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຕາມ​ທິດ​ຫັນ​ເປັນ​ງາຍ​ດາຍ,  ສະ​ດວກ​ແມ່ນ​ວິ​ທີ​ເດັດ​ຂາດ​ຄື​ແນວນັ້ນ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ແມ່ນ​ບາດ​ກ້າວ​ແກ້​ໄຂ​ສຳ​ຄັນ​ກ່ຽວ​ກັບ​ບັນ​ດາ​ຮົ້ວ​ກີດ​ຂວາງ, ຈາກນັ້ນ​ພາກ​ເອ​ກະ​ຊົນ​ຈະ​ມີ​ເງື່ອ​ນ​ໄຂ​ເພື່ອ​ພັດ​ທະ​ນາ”

 


ຂ່າວ/ບົດ​ອື່ນ