ປະ​ຊາ​ຄົມ​ວິ​ສາ​ຫະ​ກິ​ດ​ໄທ​ຮຽກ​ຮ້ອງ​ໃຫ້​ຜ່ອ​ນ​ຄາຍ​ບັນ​ດາ​ມາດ​ຕະ​ການ​ປິດເມືອງ

(VOVWORLD) -  ປະຊາຄົມວິສາຫະກິດເອກະຊົນໄທພວມຮຽກຮ້ອງໃຫ້ລັດຖະບານປະເທດນີ້ສືບຕໍ່ຜ່ອນຄາຍບັນດາມາດຕະການປິດເມືອງເພື່ອອະນຸຍາດໃຫ້ບັນດາວິສາຫະກິດເລີ່ມກັບຄືນເຂົ້າສູ່ການເຄື່ອນໄຫວຄືນໃໝ່ໃນຂົງເຂດການທ່ອງທ່ຽວ, ລະບົບການສະໜອງ ແລະ ຈຳກັດສະພາບການວ່າງງານທີ່ພວມເພີ່ມຂຶ້ນສູງ.
ປະ​ຊາ​ຄົມ​ວິ​ສາ​ຫະ​ກິ​ດ​ໄທ​ຮຽກ​ຮ້ອງ​ໃຫ້​ຜ່ອ​ນ​ຄາຍ​ບັນ​ດາ​ມາດ​ຕະ​ການ​ປິດເມືອງ - ảnh 1 ພາບປະກອບ

ຕາມທ່ານ ທານາວັດ ພົນວິໄຈ ປະທານຫ້ອງການການຄ້າໄທ (UTCC)ແລ້ວ ປັດຈຸບັນ, ລະບົບສະໜອງ ແລະ ການທ່ອງທ່ຽວແມ່ນບັນດາຂະແໜງຖືກຮັບຜົນກະທົບຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19, ກຳລັງຊື້ຂອງຜູ້ບໍລິໂພກຫຼຸດລົງຢ່າງແຮງພາໄປເຖິງອັດຕາສ່ວນມີວຽກເຮັດງານທຳໜ້ອຍ. ຫ້ອງການການຄ້າໄທຫວັງວ່າ ຈຳນວນຜູ້ວ່າງງານຈະຫຼຸດລົງຖ້າຫາກວ່າບັນດາວິສາຫະກິດນີ້ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວຄືນໃໝ່ໃນເດືອນ ພຶດສະພານີ້.

        ໃນຊຸມວັນມໍ່ໆມານີ້, ຈຳນວນຜູ້ຕິດເຊື້ອ Covid – 19 ລາຍໃໝ່ຕື່ມອີກຢູ່ໄທພວມຢູ່ລະດັບ 1 ຕົວເລກ. ວັນທີ 11 ພຶດສະພາ, ປະເທດນີ້ໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອ Covid – 19 ລາຍໃໝ່ຕື່ມອີກ 6 ຄົນ ແລະ ບໍ່ມີຜູ້ເສຍຊີວິດ, ຍົກຍອດຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19 ຂຶ້ນເຖິງ 3.015 ຄົນ,   ເສຍຊີວິດ 56 ຄົນ ແລະ 2.796 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ນັກຂ່າວ VOV ປະຈຳໄທ

ຕອບກັບ

ຂ່າວ/ບົດ​ອື່ນ