ປະຊາຄົມສາກົນຊົມເຊີຍຄຳສັ່ງຢຸດຍິງຂອງລັດເຊຍຢູ່Aleppoຊີຣີ
(ພາບປະກອບ)
(vovworld) – ວັນທີ 17/10 ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດຂອງສະຫະພາບ ເອີລົບ (ອີຢູ) ທ່ານນາງ Federica Mogherini ຖືວ່າ: ເລື່ອງ ລັດເຊຍ ປະກາດຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 8 ຊົ່ວໂມງຢູ່ນະຄອນ Aleppo ຂອງ ຊີຣີ ແມ່ນຄວາມຕັ້ງໜ້າ, ແຕ່ອາດຈະບໍ່ພຽງພໍ ເພື່ອຂົນສົ່ງສິນຄ້າກູ້ຊ່ວຍເຖິງນະຄອນນີ້ໄດ້. ເຖິງຢ່າງໃດກໍ່ຕາມ ຕາມການຕີລາຄາໃໝ່ສຸດຂອງບັນດາອົງການກູ້ຊ່ວຍ, ທ່ານນາງ Federica Mogherini ກໍ່ໃສ່ໃຈວ່າ ຕ້ອງການມີເວລາ 12 ຊົ່ວໂມງ ເພື່ອຂົນສົ່ງສິນຄ້າກູ້ຊ່ວຍມະນຸດສະທຳເຖິງນະຄອນ Aleppo. ດັ່ງນັ້ນ, ບັນດາຝ່າຍຄວນມານະພະຍາຍາມ ຊອກຫາທັດສະນະລວມ. ແລະໃນວັນດຽວກັນ, ສະຫະປະຊາຊາດຊົມເຊີຍຄຳສັ່ງຢຸດຍິງ ໂດຍ ລັດເຊຍ ຫາກໍ່ປະກາດ ເມື່ອເອີ້ນວ່ານີ້ແມ່ນການຢຸດຕິການປະທະກັນທີ່ຈຳເປັນສຳລັບສາມັນຊົນ ຊີຣີ ແລະ ກໍ່ຕີລາຄາວ່າ ໄລຍະເວລານີ້ ບໍ່ພໍດີ ເພື່ອຜັນຂະຫຍາຍວຽກງານແຈກຢາຍກູ້ຊ່ວຍເຫຼືອ.