ປະຊາຄົມສາກົນໃຫ້ຄໍາໝັ້ນສັນຍາໜູນຊ່ວຍບ້ວງເງິນກວ່າ 130 ລ້ານ USD ໃຫ້ແກ່ການເຄື່ອນໄຫວກອບກູ້ເອົາປາແລັດສະຕິນ ໃນປີ 2020
(VOVWORLD) - ວັນທີ 23 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ຈໍແດນ Ayman Safadi ແລະ ທ່ານລັດຖະມົນຕີກະຊວງຮ່ວມມືພັດທະນາສາກົນປະເທດ ສະວິດ Peter Eriksson ໄດ້ຮ່ວມກັນເປັນປະທານກອງປະຊຸມອອນລາຍ ໃຫ້ຄໍາໝັ້ນສັນຍາຊ່ວຍເຫຼືອການເຄື່ອນໄຫວຂອງ ອົງການກອບກູ້ ແລະ ການກະທໍາຂອງ ສປຊ ໃຫ້ແກ່ຊາວລີ້ໄພ ປາແລັດສະຕິນ ຢູ່ເຂດຕາເວັນອອກໃກ້ (UNRWA) ປີ 2020.
ກອງປະຊຸມອອນລາຍ UNRWA ປີ 2020 |
ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມໄດ້ກ່າວຄໍາເຫັນສະໜັບສະໜູນ ແລະ ໃຫ້ຄໍາໝັ້ນສັນຍາຈະບໍລິຈາກເງິນຈໍານວນ 130 ລ້ານ USD ໃຫ້ແກ່ງົບປະມານ 2020 ຂອງ UNRWA.
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ປະກາດບໍລິຈາກເງິນຈໍານວນ 50.000 USD ຂອງຫວຽດນາມ ໃຫ້ແກ່ UNRWA ເພື່ອແນໃສ່ປະກອບສ່ວນໜູນຊ່ວຍຊາວລີ້ໄພ ປາແລັດສະຕິນ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ສະແດງໃຫ້ເຫັນຄວາມສາມັກຄີ ແລະ ການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຂອງປະຊາຊົນຫວຽດນາມ ສໍາລັບການຕໍ່ສູ້ທີ່ເປັນທໍາຂອງ ປະຊາຊົນ ປາແລັດສະຕິນ; ຢັ້ງຢືນການສະໜັບສະໜູນມາດຕະການ “ສອງລັດ” ຂອງ ລັດ ປາແລັດສະຕິນ ເອກະລາດ ໃຫ້ຄົງຕົວໄປພ້ອມໆກັນໃນສັນຕິພາບ ກັບ ລັດ ອິດສະຣາແອັນ ຕາມເສັ້ນຊາຍແດນກ່ອນປີ 1967. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ ອິດສະຣາແອັນ ຢຸດຕິບັນດາການນາບຂູ່ໂຮມດິນແດນ ແລະ ເຄົາລົບບັນດາພັນທະທີ່ໄດ້ລະບຸໃນມະຕິເລກທີ 2334 ຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ບັນດາມະຕິອື່ນໆທີ່ກ່ຽວຂ້ອງ.
ນັກຂ່າວ VOV ປະຈໍາ ອາເມລິກາ