ປະຊາຄົມອາຊຽນຕ້ອງກາຍເປັນອົງການໃຫຍ່ໃນທົ່ວໂລກ
ທ່ານນາຍົກລັດຖະມົນຕີມາເລເຊຍ Najib Razak
(ພາບ: AFP)
(vovworld) - ວັນທີ 08/08, ທ່ານນາຍົກລັດຖະມົນຕີມາເລເຊຍ Najib Razak ໄດ້ຮຽກຮ້ອງບັນດາປະເທດສະມາຊິກອາຊຽນ ພ້ອມກັບປັບປຸງປະຊາຄົມອາຊຽນ ຢ່າງແໜ້ນແຟ້ນ, ເຮັດໃຫ້ປະຊາຄົມນີ້ສາມາດເຄື່ອນໄຫວຄືອົງການໃຫຍ່ໃນຂອບເຂດທົ່ວໂລກ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງອາຊຽນ ຢູ່ ກົວລາລຳເປີ, ທ່ານ Najib Razak ໃຫ້ຮູ້ວ່າ, ປະຊາຄົມເຂັ້ມແຂງສາມາດມີຂໍ້ຕົກລົງໃໝ່ກັບບັນດາປະເທດ ແລະ ອົງການຈັດຕັ້ງອື່ນໆ, ນຳມາເຊິ່ງຜົນປະໂຫຍດໃຫ້ພາກພື້ນ. ທ່ານ Najib Razak ເນັ້ນໜັກວ່າ, ນັບແຕ່ສ້າງຕັ້ງອາຊຽນ ເມື່ອປີ 1967, ບັນດາປະເທດອາຊຽນ ໄດ້ຕັ້ງໜ້າຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການພັດທະນາ, ການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ. ອາຊຽນ ໄດ້ ແລະ ພວມປະກອບສ່ວນເຂົ້າໃນຄວາມກ້າວໜ້າລະອຽດ ແລະ ສຳຄັນ, ບໍ່ພຽງແຕ່ສຳລັບພາກພື້ນເວົ້າລວມ ເທົ່ານັ້ນ, ຫາກສຳລັບບັນດາປະເທດສະມາຊິກ ແລະ ປະຊາຊົນເວົ້າສະເພາະອີກດ້ວຍ. ທ່ານກໍຊີ້ແຈ້ງວ່າ, ຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບອາຊຽນ, ກ່ຽວກັບຜົນງານອັນໃຫຍ່ຫຼວງຂອງກຸ່ມ ທີ່ບັນລຸໄດ້ໃນອະດີດຕະການ ແລະ ໃນອະນາຄົດ.