ປະຊາຄົມໂລກຕີລາຄາສູງຄວາມພະຍາຍາມພັດທະນາກະສິກຳ ຂອງ ຫວຽດນາມ

ປະຊາຄົມໂລກຕີລາຄາສູງຄວາມພະຍາຍາມພັດທະນາກະສິກຳ ຂອງ ຫວຽດນາມ - ảnh 1
ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ເສດຖະກິດ​​ໂລກ (ຫຼື WEF) ຄັ້ງ​ທີ 43 ຢູ່ Davos
(ພາບ: REUTERS /Denis Balibouse)

(vovworld) - ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ພາຍຫຼັງ​ສິ້ນ​ສຸດ​ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ເສດຖະກິດ​​ໂລກ (ຫຼື WEF) ຄັ້ງ​ທີ 43 ຢູ່ Davos, ທ່ານລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ  ກາວ​ດຶກ​ຟາດ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ປະຈຳ​ປີ Davos ​ແມ່ນ​ໂອກາດ​ດີ ​ເພື່ອ​ໃຫ້​ຄະນະຜູ້​ແທນ ຫວຽດນາມ ​ໄດ້ພົບ​ປະ​ກັບ​ການ​ນຳ​ປະ​ເທດ​ຕ່າງໆ​, ວິ​ສາ​ຫະກິດ, ບັນດາ​ນັກ​ເສດຖະກິດ ​ແລະ ນັກຮຽນ​ຮູ້ ​ເພື່ອ​​ແລກປ່ຽນ​ກ່ຽວ​ກັບ​ບັນ​ດາບ​ັນຫາ​ທີ່​ພວມ​​ໄດ້ຮັບ​ຄວາມ​ສົນ​ໃຈ​ຈາກ​ໂລກ. ​ໃນ​ກອງ​ປະຊຸມ​ຄັ້ງ​ຕ່າງໆ, ຄະນະຜູ້​ແທນ ຫວຽດນາມ ​ໄດ້​ສຸມ​​ໃສ່​ເຂົ້າ​ໃນ 2 ຈຸດໝາຍ​ຄື: ​ທາ​ບທາມຄວາມ​ເຫັນ​ຂອງ​ບັນດາ​ສະມາຊິກ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ໂລກ, ​ແລະ ບັນດາ​ທ່າ​ອ່ຽງກໍ່​ຄື​ບັນດາ​ມາດ​ຕະການ, ລາຍ​ງານ​ບັນ​ດາ​ໝາ​ກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມຮູບ​ແບບ​ການ​ຮ່ວມ​ມື​ລະຫວ່າງພາກ ລັດ ​- ​ເອກະ​ຊົນ (ຫຼື PPP) ​ໃນ​ກະສິກຳ. ຜ່ານ​ບົດ​ລາຍ​ງານ, ປະຊາ​ຄົມ​ໂລກ​ຕີ​ລາຄາ​ສູງ​ບັນ​ດາ​ຄວາມ​ມານະ​ພະຍາຍາມ​ຂອງ ລັດຖະບານ ຫວຽດນາມ ​ໃນ​ການພັ​ດທະ​ນາ​ເສດຖະກິດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ. ນີ້​ແມ່ນ​ບົດຮຽນ​ເຊິ່ງ ຫຼາຍປະ​ເທດ​ໃນ​ໂລກ ກໍ່​ຢາກຖອດ​ຖອນ ​​ແລະ ພັດທະນາ. ພ້ອມ​ກັນ​ນັ້ນ, ຫວຽດນາມ ​ໄດ້​ຮັບ​ການຕີ​ລາຄາ​ ​ແມ່ນ​ໜຶ່ງ​ໃນ​ບັນດາປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ຂັນ​ແຂງ ​ແລະ ສົມທົບ​ເນື້ອ​ໃນ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ​ໃນ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ໃນ​ບັນດາ​ລາຍການ​ເຄື່ອນ​ໄຫວຂອງ​ຂະ​ແໜງ​ຕ່າງໆ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ.

ຂ່າວ/ບົດ​ອື່ນ