ປະຊາຄົມໂລກສືບຕໍ່ກ່າວປະນາມການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ
ນັກຊ່ຽວຊານຂັ້ນສູງສະຖາບັນຄົ້ນຄວ້າຝ່າຍຕາເວັນອອກ ທ່ານ Dmitry Mosyakov
(ພາບ: doisongphapluat.com)
(vovworld) – ວັນທີ 11/05, ທ່ານ Vladimir Kolotov, ຢູ່ມະຫາວິທະຍາໄລສັງລວມແຫ່ງຊາດ Saint Petersburg (ລັດເຊຍ) ໄດ້ເນັ້ນໜັກວ່າການແຜ່ອຳນາດຂອງຈີນ ຢູ່ບັນດາໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ພວມກໍ່ຄວາມເຄັ່ງຕຶງ, ເຮັດໃຫ້ຂາດຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ. ນັກຊ່ຽວຊານຂັ້ນສູງສະຖາບັນຄົ້ນຄວ້າຝ່າຍຕາເວັນອອກ (ລັດເຊຍ) ທ່ານ Dmitry Mosyakov ຢືນຢັນວ່າ ການກະທຳຂອງຈີນ ນຳຮ້ານເຈາະນ້ຳມັນ ໄຮຢາງ 981 ເຂົ້າເຂດທະເລຂອງຫວຽດນາມ ແມ່ນອັນຕະລາຍ, ບໍ່ພຽງແຕ່ກໍ່ຄວາມເຄັ່ງຕຶງໃນພາກພື້ນເທົ່ານັ້ນ, ຫາກຍັງທຳລາຍບັນດາຄວາມມານະພະຍາຍາມ ແລະ ແຜນການເພື່ອແນໃສ່ສ້າງສາຍພົວພັນຮ່ວມມືມິດຕະພາບຈີນ - ຫວຽດນາມ ເວົ້າສະເພາະ ແລະ ລະຫວ່າງຈີນ ກັບບັນດາປະເທດອື່ນໆເວົ້າລວມອີກດ້ວຍ. ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ອົດຕາລີ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງລະງັບໃຈ ແລະ ຢຸດຕິການກະທຳຕ່າງໆທີ່ເຮັດໃຫ້ສະພາບເຄັ່ງຕຶງຂຶ້ນຕື່ມ.