ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:baomoi.com
|
(vovworld)- ວັນທີ 28/11 ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສາກົນຄັ້ງທີ 3 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີຜູ້ແທນປະມານ 800 ທ່ານທີ່ຕາງຫນ້າໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານ, ອົງການສາກົນ, ອົງການຮ່ວມມືພັດທະນາສອງຝ່າຍ ແລະ ຫລາຍຝ່າຍ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຂອງຫວຽດນາມ. ທີ່ກອງປະຊຸມ, ຜູ້ຕາງຫນ້າບັນດາອົງການບໍ່ຂຶ້ນກັບລັດຖະບານ ໄດ້ຢືນຢັນ: ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານໃນໄລຍະຜ່ານມາ, ພິເສດໃນ 10 ປີມານີ້ບັນລຸປະສິດທິຜົນທີ່ສຸດ. ຜ່ານນັ້ນ ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງຫວຽດນາມ. ໄລຍະຈະມາເຖິງ, ບັນດາອົງການບໍ່ຂຶ້ນກັບລັດຖະບານໝັ້ນໝາຍສືບຕໍ່ຫນູນຊ່ວຍຫວຽດນາມ ພັດທະນາແບບຍືນຍົງກວ່າ. ທ່ານ Andy Baker, ຜູ້ອຳນວຍການແຫ່ງຊາດ ອົງການ Oxfam ປະຈຳຫວຽດນາມ ໃຫ້ຮູ້ວ່າ:
“ຍຸດທະສາດໃນໄລຍະຈະມາເຖິງຂອງອົງການ Oxfam ຢູ່ ຫວຽດນາມ ແມ່ນສຸມໃສ່ເຂົ້າໃນຂົງເຂດຕົ້ນຕໍ. ທີຫນຶ່ງແມ່ນພັດທະນາເຂດຊົນນະບົດ. ທີສອງ ຍົກສູງກຳລັງຄວາມສາມາດຂອງເຂດຊຸມຊົນທີ່ຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ. ທີສາມ ແມ່ນຫນູນຊ່ວຍສິດສະເຫມີພາບລະຫວ່າງຍິງ-ຊາຍໃຫ້ແກ່ແມ່ຍິງກວ່າ.”
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ງມີງ ຕີລາຄາສູງປະສິດທິຜົນການຮ່ວມມືຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ປະຈຳຫວຽດນາມ ໃນໄລຍະຜ່ານມາ ແລະ ປາດຖະຫນາກຢາກບັນດາອົງການດັ່ງກ່າວເປີດກວ້າງການຮ່ວມມື ແລະ ຊ່ວຍເຫລືອຫວຽດນາມ ໃນວິວັດການພັດທະນາ ກວ່າອີກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານຟ້າມບີ່ງມີງ ກ່າວວ່າ:
”ຂ້າພະເຈົ້າປາດຖະຫນາວ່າ ບັນດາອົງການບໍ່ຂຶ້ນກັບລັດຖະບານຈະສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດມີທ່າແຮງຢ່າງມີປະສິດທິຜົນ ແລະ ສອດຄອ່ງກັບຄວາມຕ້ອງການກໍຄືກົດໝາຍຂອງຫວຽດນາມ. ສົມທົບກັບບັນດາອົງການ ແລະ ທ້ອງຖິ່ນຂອງຫວຽດນາມ ສ້າງ ແລະ ຜັນຂະຫຍາຍບັນດາໂຄງການແທດຈິງ, ສຸມໃສ່ບຸລິມະສິດກ່ຽວກັບການພັດທະນາເສດຖະກິດສັງຄົມ.”