(vovworld) - ກອງປະຊຸມອຸປະຖຳສາກົນໃຫ້ແກ່ ອາບການິດສະຖານ ຖືກໄຂຂຶ້ນໃນວັນທີ 8/7 ຢູ່ນະຄອນຫຼວງ ໂຕກຽວ ຂອງ ຍີ່ປຸ່ນ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກກ່ວາ 80 ປະເທດ ແລະ ອົງການຈັດຕັ້ງສາກົນ. ທ່ານນາຍົກລັດຖະມົນຕີປະເທດເຈົ້າ ພາບຍີ່ປຸ່ນ Yoshihiko Noda ຢັ້ງຢືນວ່າ: ຍີ່ປຸ່ນເປັນກຽດທີ່ເປັນເຈົ້າພາບຈັດຕັ້ງກອງປະຊຸມນີ້. ກອງປະຊຸມ ແມ່ນແຫ່ງເພື່ອໃຫ້ບັນດາຝ່າຍກ່ຽວຂ້ອງຍົກອອກຄຳໝັ້ນສັນຍາໃໝ່ຂອງຕົນໃນການເຄື່ອນໄຫວສ້າງ ອາການິດສະຖານ ຄືນໃໝ່. ກອງປະຊຸມຖືກດຳເນີນໃນເວລາ 1 ວັນ, ຈະຮັບຮອງເອົາຖະແຫຼງການ ໂຕກຽວ, ໃນນັ້ນໃຫ້ຄຳໝັ້ນສັນຍາອຸປະຖຳ 16 ຕື້ USD ໃຫ້ແກ່ ອາບການິດສະຖານ ດ້ວຍຄວາມຄືບໜ້າການປ່ອຍເງິນແມ່ນ 4 ຕື້ USD/ປີ ແຕ່ນີ້ຮອດໝົດປີ 2015 ເພື່ອແນໃສ່ຊ່ວຍປະເທດນີ້ກັບຄືນສະພາບເປັນປົກກະຕິພາຍຫຼັງທີ່ກຳລັງທະຫານປະສົມຖອນອອກຈາກປະເທດນີ້. ບັນດານັກອຸປະຖຳກໍຈະຮັບຮອງເອົາເອກະສານແມ່ທີ່ມີຊື່ວ່າ: “ທົດສະວັດມອບໂອນພາຍຫຼັງປີ 2015”, ເນັ້ນໜັກບາງຫຼັກການຮັບເອົາເງິນອຸປະຖຳ, ໃນນັ້ນມີຫຼັກການອະພິບາຍ, ເພື່ອແນໃສ່ຫຼີກລ້ຽງການເງິນອຸປະຖຳຖືກຮົ່ວໄຫຼຍ້ອນສະພາບສໍ້ລາດບັງຫຼວງ ແລະ ການຄຸ້ມຄອງທີ່ອ່ອນດ້ອຍຂອງ ອາບການິດສະຖານ.